ທ່ານ Jack Lew, ລັດຖະມົນຕີການເງິນ ອາເມລິກາ
(ພາບ: AFP/TTXVN)
(vovworld) – ທ່ານ Jack Lew, ລັດຖະມົນຕີການເງິນ ອາເມລິກາ ໄດ້ຮຽກຮ້ອງການປະຕິຮູບໂຄງປະກອບການເງິນສາກົນເພື່ອແນໃສ່ອະນຸຍາດໃຫ້ອາເມລິກາ ສືບຕໍ່ໄດ້ຮັບຜົນປະໂຫຍດຈາກລະບົບນີ້. ໃນບົດກ່າວປາໄສທີ່ກອງປະຊຸມສຳມະນາຂອງອົງການທີ່ປຶກສາສະພາພົວພັນສາກົນຢູ່ນະຄອນຫຼວງ ວໍຊິງຕັນ, ທ່ານ Jack Lew ໃຫ້ຂໍ້ສັງເກດວ່າ: ອາເມລິກາ ໄດ້ຮັບບັນດາຜົນປະໂຫຍດດີພໍສົມຄວນຈາກການສ້າງໂຄງປະກອບການເງິນສາກົນ, ທີ່ໄດ້ສ້າງຕັ້ງຂຶ້ນພາຍຫຼັງສົງຄາມໂລກຄັ້ງທີ 2, ດັ່ງນັ້ນ, ວໍຊິງຕັນ ຕ້ອງປະຕິບັດບັນດາບາດກ້າວທີ່ຈຳເປັນເພື່ອປົກປ້ອງ ແລະ ປັບປຸງທີ່ຕັ້ງບົດບາດກໍຄືຮັບປະກັນບັນດາຜົນປະໂຫຍດຂອງປະເທດນີ້. ທ່ານຖືວ່າ: ອາເມລິກາ ຕ້ອງຮ່ວມມືກັບບັນດາປະເທດຄູ່ເພື່ອຮ່ວມມືເພີ່ມທະວີການສ້າງກອງທຶນສາກົນ (IMF) ກໍຄືລະບົບການຄ້າທົ່ວໂລກເປັນທັນສະໄໝ, ຊ່ວຍທະນາຄານໂລກ (WB) ແລະ ບັນດາທະນາຄານພັດທະນາໃນພາກພື້ນເຄື່ອນໄຫວຢ່າງມີປະສິດທິຜົນກ່ວາ, ພ້ອມທັງປະຕິຮູບລະບົບຄວບຄຸມການເງິນສາກົນ.