ອາເມລິກາຮຽກຮ້ອງເພີ່ມທະວີການຕໍ່ສູ້ຕ້ານIS
(ພາບປະກອບ)
(vovworld) - ວັນທີ 14/12, ທ່ານປະທານາທິບໍດີອາເມລິກາ Barack Obama ໄດ້ຢືນຢັນຄືນໃໝ່ຄວາມຕັດສິນໃຈດັບສູນກຸ່ມລັດອິດສະລາມ (IS) ອ້າງຊື່ເອງ, ດ້ວຍຄຳຮຽກຮ້ອງຍູ້ໄວການສູ້ຮົບຕ້ານກຸ່ມກໍ່ການຮ້າຍ IS ນີ້, ພ້ອມທັງກະຕຸກຊຸກຍູ້ບັນດາພັນທະມິດ ເພີ່ມທະວີການປະກອບດ້ານການທະຫານໃຫ້ຄວາມມານະພະຍາຍາມລວມຂອງກຳລັງທະຫານປະສົມ. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ທຳນຽບ 5 ແຈ, ທ່ານ Obama ໃຫ້ຮູ້ວ່າ ຈະຈັດສົ່ງທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດ Ashton Carter ໄປຍັງຕາເວັນອອກກາງ ເພື່ອຊອກຫາແຫຼ່ງໜູນຊ່ວຍດ້ານການທະຫານ ຈາກບັນດາຄູ່ຮ່ວມມື ແລະ ພັນທະມິດຂອງອາເມລິກາ ໃນການຕໍ່ສູ້ຕ້ານ IS. ທ່ານກໍຍອມຮັບວ່າ, ການຕໍ່ສູ້ຕ້ານການກໍ່ການຮ້າຍເວົ້າລວມ ແລະ ຕ້ານ IS ເວົ້າສະເພາະຈະສືບຕໍ່ຫຍຸ້ງຍາກຂຶ້ນຕື່ມ, ແຕ່ກໍເນັ້ນໜັກວ່າ ກຳລັງທະຫານປະສົມຕ້ອງຍູ້ໄວວິວັດທະນາການທີ່ບັນລຸໄດ້ໃນການຕໍ່ສູ້ນີ້ກວ່າອີກ.