ອາເມລິກາແລະຍີ່ປຸ່ນເຫັນດີຮ່ວມມືເພື່ອຮັບມືກັບໄພນາບຂູ່ຈາກພຽງຢາງ
ທ່ານ ປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ພາຍຫລັງການປະຊຸມຂ່າວ
ຢູ່ Washington, DC ວັນທີ 10/2.
ພາບ AFP/TTXVN
|
(vovworld)- ໃນການໂອ້ລົມທາງໂທລະສັບເມື່ອວັນທີ 6/4, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shizo Abe ແລະ ປະທານາທິບໍດີ ອາເມລິກາ Donald Trump ໄດ້ເຫັນດີນຳກັນວ່າ ເຫດຍິງລູກສອນໄຟນຳວິຖີຫວ່າງແລ້ວນີ້ຂອງ ສປປ ເກົາຫລີ ແມ່ນ “ການກະທຳເກາະຜິດອັນຕະລາຍແລະແມ່ນໄພນາບຂູ່ຢ່າງຮ້າຍແຮງ” ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມມືນຳກັນຢ່າງແຫນ້ນແຟ້ນເພື່ອຮັບມືກັບໄພນາບຂູ່ຈາກພຽງຢາງ. ກ່າວຄຳເຫັນກັບວົງການນັກຂ່າວພາຍຫລັງການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shizo Abe ໃຫ້ຮູ້ວ່າ: ທ່ານ ປະທານາທິບໍດີ ອາເມລິກາ Donald Trump ເນັ້ນຫນັກວ່າ ວໍຊີງຕັນ ພວມຄິດໄລ່ຊັ່ງຊາທຸກມາດຕະການເພື່ອຮັບມືກັບບັນດາໄພນາບຂູ່ຈາກ ສປປ ເກົາຫລີ. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shizo Abe ຍັງໃຫ້ຮູ້ວ່າ: ໂຕກຽວ ຈະສືບຕໍ່ຮ່ວມມືກັບ ອາເມລິກາ ແລະ ປະຊາຄົມສາກົນ ເພື່ອແນໃສ່ເພີ່ມທະວີຄວາມສາມາດປະເຊີນຫນ້າກັບ ສປປ ເກົາຫລີ. ແລະ ໃນການໂອ້ລົມທາງໂທລະສັບນັ້ນ, ການນຳທັງສອງທ່ານເຫັນດີນຳກັນວ່າ: ຈີນ ມີບົດບາດສຳຄັນໃນການສະກັດກັ້ນ ສປປ ເກົາຫລີ ສືບຕາມໂຄງການລູກສອນໄຟ ແລະ ອາວຸດນິວເຄຼຍ ລະເມີດບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ.