ອາເມລິກາແລະຍີ່ປຸ່ນໃຫ້ຄຳໝັ້ນສັນຍາຮ່ວມມືຢ່າງເລິກເຊິ່ງ,ກວ້າງຂວາງໃນບັນຫາສປປ.ເກົາຫຼີ

(VOVWORLD) -ຕອນຄ່ຳວັນທີ 30 ຕຸລາ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ມີການໂອ້ລົມທາງໂທລະສັບ, ໃນນັ້ນ 2 ຝ່າຍໄດ້ເຫັນດີສືບຕໍ່ປຶກສາຫາລືຢ່າງເລິກເຊິ່ງ, ກວ້າງຂວາງກວ່າກ່ຽວກັບບັນຫາສປປ.ເກົາຫຼີ
ອາເມລິກາແລະຍີ່ປຸ່ນໃຫ້ຄຳໝັ້ນສັນຍາຮ່ວມມືຢ່າງເລິກເຊິ່ງ,ກວ້າງຂວາງໃນບັນຫາສປປ.ເກົາຫຼີ - ảnh 1 (ພາບປະກອບ: AFP/TTXVN)

ກໍຄືບັນດາບັນຫາຢູ່ພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ທີ່ການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ Shinzo Abe ປາດຖະໜາຢາກຍາດແຍ່ງໂອກາດການຢ້ຽມຢາມຍີ່ປຸ່ນຂອງທ່ານ Trump “ເພື່ອສົ່ງສານເຂັ້ມແຂງກ່ຽວກັບການຮ່ວມມືລະຫວ່າງຍີ່ປຸ່ນ ແລະ ອາເມລິກາ”. ໃນຂະນະນັ້ນ, ທ່ານປະທານາທິບໍດີ Donald Trump ໄດ້ຢືນຢັນຄືນໃໝ່ການສະໜັບສະໜູນຕໍ່ຍີ່ປຸ່ນ. ທ່ານໃຫ້ຮູ້ວ່າ, ອາເມລິກາ ສະໜັບສະໜູນຍີ່ປຸ່ນ 100% ແລະ ການພົບປະຈະມາເຖິງລະຫວ່າງການນຳ 2 ທ່ານຈະແມ່ນກາລະໂອກາດດີທີ່ສຸດເພື່ອໃຫ້ໂລກເຫັນໄດ້ວ່າ ບໍ່ມີຄວາມລະແວງສົງໄສໃດໃນການພົວພັນແບບພັນທະມິດປ້ອງກັນຢ່າງໜັກແໜ້ນລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ