ອາເມລິກາແລະສ.ເກົາຫຼີເລີ່ມດຳເນີນການຊ້ອມຮົບຮ່ວມ

(VOVWORLD) -ວັນທີ 01 ເມສາ, ສ.ເກົາຫຼີ ແລະ ອາເມລິກາ ເລີ່ມດຳເນີນບັນດາການຊ້ອມຮົບຮ່ວມປະຈຳປີ ຖືກຕາມແຜນການທີ່ໄດ້ວາງອອກ ໃນສະພາບຄວາມສັນຕິພາບພວມດຳເນີນໄປຢູ່ໃນແຫຼມເກົາຫຼີ.
ອາເມລິກາແລະສ.ເກົາຫຼີເລີ່ມດຳເນີນການຊ້ອມຮົບຮ່ວມ - ảnh 1 (ພາບປະກອບ: Yonhap/TTXVN)

ມີພົນທະຫານອາເມລິກາ ກວ່າ 11.000 ຄົນ, ລວມທັງພົນທະຫານຊ່ວຍໜູນທີ່ມາຈາກຕ່າງປະເທດ ແລະ ພົນທະຫານ ສ.ເກົາຫຼີ 300.000 ຄົນໄດ້ເຂົ້າຮ່ວມການຊ້ອມຮົບ, ແຕ່ບໍ່ມີການປະກອບຂອງບັນດາອາວຸດຍຸດທະສາດຂອງອາເມລິກາ ຄື ຝູງກ່ຳປັ່ນຮົບຂອງທະຫານເຮືອ ຫຼື ກ່ຳປັ່ນດຳນ້ຳນິວເຄຼຍ. ໃນຂະນະນັ້ນ, ການຊ້ອມຮົບທີ່ມີຊື່ວ່າ “ມາດຕະການແກ້ໄຂຫຼັກແຫຼ່ງ” ດ້ວຍກອມພິວເຕີ ຈະໄດ້ດຳເນີນເປັນເວລາ 2 ອາທິດ, ເລີ່ມແຕ່ວັນທີ 23 ເມສາ ໂດຍມີການເຂົ້າຮ່ວມຂອງພົນທະຫານອາເມລິກາ 12.000 ຄົນ.

        ວົງການເຈົ້າໜ້າທີ່ກອງທັບອາເມລິກາ ແລະ ສ.ເກົາຫຼີ ເນັ້ນໜັກວ່າ, ເວລາດຳເນີນການຊ້ອມຮົບຈະຖືກຫຼຸດລົງເຫຼືອພຽງ 1 ເດືອນ, ເທົ່າພຽງເຄິງໜຶ່ງເມື່ອທຽບໃສ່ປີ 2017. ຂໍ້ຕົກລົງດັ່ງກ່າວໄດ້ຮັບຖືວ່າແມ່ນຄວາມມານະພະຍາຍາມບໍ່ເກາະຜິດສປປ.ເກົາຫຼີ ກ່ອນດຳເນີນກອງປະຊຸມສຸດຍອດລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ແລະ ອາເມລິກາ - ສປປ.ເກົາຫຼີ ເຊິ່ງຈະດຳເນີນໃນເດືອນ ເມລາ ແລະ ເດືອນພຶດສະພາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ