ຜູ້ແຫ່ຂະບວນປະທ້ວງ ຢູແກຼນ ຖືກບາດເຈັບ ໃນການປະທະກັນກັບຕຳຫຼວດຢູ່ທາງທິດຕາເວັນອອກຂອງປະເທດ ເມື່ອວັນທີ 28/4
(ພາບ: vtc.vn)
(vovworld) – ວັນທີ 28/4, ອາເມລິກາ ປະກາດຈັດວາງຄຳສັ່ງລົງໂທດເຈົ້າໜ້າທີ່ລັດຖະບານ ລັດເຊຍ 7 ທ່ານ ແລະ ບໍລິສັດ 17 ແຫ່ງທີ່ກ່ຽວຂ້ອງເຖິງທ່ານປະທານາທິບໍດີ ລັດເຊຍ Vladimir Putin. ນີ້ແມ່ນການກະທຳຫຼ້າສຸດຂອງ ອາເມລິກາ ເພື່ອເລັ່ງໃສ່ ລັດເຊຍ ທີ່ກ່ຽວຂ້ອງເຖິງວິກິດການຢູ່ ຢູແກຼນ. ແຈ້ງການຂອງທຳນຽບຂາວ ໃຫ້ຮູ້ວ່າ: ບັນດາເຈົ້າໜ້າທີ່ ແລະ ບໍລິສັດດັ່ງກ່າວຖືກປິດລ້ອມຊັບສົມບັດຢູ່ ອາເມລິກາ ແລະ ຫ້າມເຂົ້າປະເທດນີ້, ໃນຈຳນວນບັນດາເປົ້າໝາຍຖືກຈັດວາງນັ້ນ ມີທ່ານ Igor Sechin, ການນຳກຸ່ມບໍລິສັດນ້ຳມັນ ອາຍແກດ Rosneft. ນອກຈາກນັ້ນ, ອາເມລິກາ ໄດ້ປະຕິເສດ ໃບຂໍອະນຸຍາດສົ່ງອອກ ສິນຄ້າເຕັກໂນໂລຢີສູງທຸກປະເພດທີ່ ອາດຈະໜູນຊ່ວຍຄວາມສາມາດດ້ານການທະຫານຂອງລັດເຊຍ.
ແລະກໍ່ໃນວັນດຽວກັນ, ບັນດາປະເທດສະມາຊິກ ສະຫະພາບ ເອີລົບ (ອີຢູ) ເຫັນດີເຫັນພ້ອມຈັດວາງຄຳສັ່ງລົງໂທດປິດລ້ອມຊັບສົມບັດ ແລະ ບໍ່ອອກວີຊາເຂົ້າ ອາເມລິກາ ສຳລັບຊາວ ລັດເຊຍ ແລະ ຢູແກຼນ 15 ຄົນທີ່ກ່ຽວຂ້ອງເຖິງວິກິດການຢູ່ ຢູແກຼນ.
ປະຕິກິລິຍາຕໍ່ໜ້າການກະທຳດັ່ງກ່າວຂອງ ອາເມລິກາ ແລະ ອີຢູ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergei Ryabkov ຖະແຫຼງວ່າ: ລັດເຊຍ ຈະໂຕ້ຕອບບັນດາມາດຕະການລົງໂທດຢ່າງສົມເຫດສົມຜົນ.