ອາເມລິກາໂຈະການທົດລອງລູກສອນໄຟນຳວິຖີ

ອາເມລິກາໂຈະການທົດລອງລູກສອນໄຟນຳວິຖີ - ảnh 1

ການທົດລອງລູກສອນໄຟນຳວິຖີຂ້າມໄຫຼ່ທະວີບ
(ພາບ: : Fox News)

(vovworld) – ວັນ​ທີ 6/4, ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ ໄດ້​ຕົກລົງ​ໂຈະ​ດຳ​ເນີນ​ການ​ທົດ​ລອງ​ລູກ​ສູນ​ໄຟ​ນຳ​ວິຖີ, ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ສັບປະດາ​ໃກ້ໆ​ນີ້, ​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ເຂົ້າ​ໃຈ​ຜິດ ​ໃນ​ສະພາບ​ນັບ​ມື້​ນັບ​ເຄັ່ງ​ຕຶງ​ຢູ່​ແຫຼມ​ເກົາຫຼີ. ບັນດາ​ເຈົ້າໜ້າທີ່​ຖື​ວ່າ, ນີ້​ແມ່ນ​ການ​ກະທຳ​ທີ່​ມີ​ຄວາມ​ຮັບຜິດຊອບ, ​ເໝາະ​ສົມ ​ແລະ ລະມັດລະວັງ. ພາຍຫຼັງ​ກໍລະນີ​ທົດ​ລອງ​ນິວຄະ​ເລຍ​ຂອງ ສປປ ​ເກົາຫຼີ ​ໃນ​ເດືອນ 2 ຜ່ານ​ມາ. ອາ​ເມ​ລິ​ກາ ​ໄດ້​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ລົງ​ໂທດ​ທາງ​ດ້ານ​ເສດຖະກິດ ​ແລະ ສະ​ແດງ​ກຳລັງ​ແຮງ​ດ້ານ​ການ​ທະຫານຂອງ​ຕົນ ດ້ວຍ​​ເລື່ອງ​ນຳ​ອາວຸດ​ທີ່​ທັນ​ສະ​ໄໝ​​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ກັບ ສ ​ເກົາຫຼີ. ສປປ ​ເກົາຫຼີ ກໍ່​ໄດ້​ໂຕ້​ຕອບ​ດ້ວຍ​ເລື່ອງ​ຕັດ​ໂທລະສັບ​ສາຍ​ດ່ວນ​ດ້ານ​ການ​ທະຫານ​ກັບ ສ ​ເກົາຫຼີ ​ໃນ​ທັນທີ ​ແລະ ຖະ​ແຫຼ​ງ “ສະພາວະສົງຄາມ“ ພ້ອມ​ທັງ​ກ່າວ​ເຕືອນ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ດ້ວຍ​ນິວຄະ​ເລຍ​ໃສ່​ບັນດາ​ເປົ້າ​ໝາຍ​ຂອງ​ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ