ທ່ານ Daniel Russell
(ພາບ: Hồng Duy)
(vovworld) – ກ່າວຄຳເຫັນທີ່ການປະຊຸມຂ່າວໃນຕອນເຊົ້າວັນທີ 10/5, ຢູ່ຮ່າໂນ້ຍ, ທ່ານ Daniel Russell, ຜູ້ຊ່ວຍວຽກຂອງລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ ຮັບຜິດຊອບເຂດ ອາຊີຕາເວັນອອກ - ປາຊີຟິກ ໄດ້ເນັ້ນໜັກເຖິງນະໂຍບາຍບຸລິມະສິດຂອງ ອາເມລິກາ ໃນການຊຸກຍູ້ການພົວພັນຮ່ວມມືກັບ ຫວຽດນາມ, ໜຶ່ງໃນບັນດາຄູ່ຮ່ວມມືກໍ່ຕັ້ງຂອງສັນຍາຄູ່ຮ່ວມມືຂ້າມປາຊີຟິກ TPP ແລະ ແມ່ນຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນໃນນະໂຍບາຍສ້າງຄວາມດຸ່ນດ່ຽງຄືນໃໝ່ຂອງ ອາເມລິກາ ຢູ່ ອາຊີ - ປາຊີຟິກ. ທ່ານ Daniel Russell ກໍແບ່ງປັນບັນດາເນື້ອໃນຕົ້ນຕໍຈະໄດ້ປຶກສາຫາລືລະຫວ່າງທ່ານປະທານາທິບໍດີ ອາເມລິກາ Obama ກັບບັນດາການນຳ ຫວຽດນາມ ໃນການຢ້ຽມຢາມເຊິ່ງຈະດຳເນີນໃນທ້າຍເດືອນນີ້, ໃນນັ້ນສຸມໃສ່ເຖິງການຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າ 2 ຝ່າຍ. ພິເສດ, ໃນຂົງເຂດນີ້, ອາເມລິກາ ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ປະຕິບັດສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP). ທ່ານ Daniel Russell, ໃຫ້ຮູ້ວ່າ:
“2 ຝ່າຍຈະພ້ອມກັນປຶກສາຫາລືກ່ຽວກັບອະດີດຕະການ, ປະຈຸບັນ ແລະ ອະນາຄົດຂອງການພົວພັນ 2 ປະເທດ. ການຮ່ວມມືຊຸກຍູ້ເສດຖະກິດເຊິ່ງຜ່ານນັ້ນແມ່ນ TPP. ຊຸກຍູ້ການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ 2 ຝ່າຍ ແລະ ທົ່ວໂລກ… ພວກຂ້າພະເຈົ້າຈະໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໜຸ່ມຜ່ານບັນດາລາຍການມອບທຶນສຶກສາລັດຖະບານ, ແລກປ່ຽນນັກຊ່ຽວຊານ, ນັກຮຽນຮູ້. ພ້ອມກັນນັ້ນ, ພວກຂ້າພະເຈົ້າຈະແລກປ່ຽນກ່ຽວກັບວິທີແກ້ໄຂສະພາບການປ່ຽນແປງຂອງດິນຟ້າອາກາດ ກໍ່ຄືແກ້ໄຂບັນດາຜົນຮ້າຍຢ້ອນຫຼັງຈາກສົງຄາມ.”