ອາແຊັກໄບຢານຍາມໃດກໍຖືເປັນສຳຄັນການພົວພັນມິດຕະພາບ,ການຮ່ວມມືທີ່ເປັນມູນເຊື້ອກັບຫວຽດນາມ
ທ່ານ ເລຮົ່ງແອງ ຕ້ອນຮັບທ່ານ ມູບາຣິດ ກູເຣີບານລຶວ
(ພາບ: TTXVN)
(vovworld) – ຕອນບ່າຍວັນທີ 09/12, ຢູ່ສຳນັກງານສູນກາງພັກ, ທ່ານ ເລຮົ່ງແອງ ກຳມະການກົມການເມືອງ, ຜູ້ປະຈຳຄະນະການເລຂາທິການສູນກາງພັກກອມມູນິດ ຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນພັກ “ອາແຊັກໄບຢານ ໃໝ່” ໂດຍທ່ານ ມູບາຣິດ ກູເຣີບານລຶວ, ຮອງເລຂາບໍລິຫານພັກ “ອາແຊັກໄບຢານ ໃໝ່”, ຫົວໜ້າຄະນະກຳມະການແຫ່ງຊາດກ່ຽວກັບວຽກງານບັນດາອົງການສາສະໜາຂອງ ອາແຊັກໄບຢານ ນຳໜ້າທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ນະທີ່ນີ້, ທ່ານ ເລຮົ່ງແອງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບປະເທດເພື່ອນມິດຕ່າງໆ ໃນນັ້ນມີປະຊາຊົນ ອາແຊັກໄບຢານ, ການຢ້ຽມຢາມຂອງຄະນະ ແມ່ນໂອກາດທີ່ດີ ເພື່ອໃຫ້ 2 ພັກກຳອຳນາດແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນເຊິ່ງກັນ ແລະ ກັນ ໃນວຽກງານສ້າງພັກ ແລະ ຄຸ້ມຄອງປະເທດ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ສາຍພົວພັນລະຫວ່າງ 2 ພັກ, 2 ປະເທດໃຫ້ກັນເຂົ້າສູ່ລວງເລິກ, ມີປະສິດທິຜົນ. ທ່ານ ມູບາຣິດ ກູເຣີບານລຶວ ຢືນຢັນວ່າ: ອາແຊັກໄບຢານ ຍາມໃດກໍສະໜັບສະໜູນ ຫວຽດນາມ, ຖືເປັນສຳຄັນການພັດທະນາ ສາຍພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອກັບ ຫວຽດນາມ; ຖື ຫວຽດນາມ ເປັນຄູ່ຮ່ວມມືແຖວໜ້າຂອງ ອາແຊັກໄບຢານ ຢູ່ ອາຊີຕາວັນອອກສ່ຽງໃຕ້.
ແລະໃນຕອນບ່າຍຂອງວັນດຽວກັນ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ຕ້ອນຮັບຄະນະຜູ້ແທນພັກ “ອາແຊັກໄບຢານ ໃໝ່”. ກ່ອນໜ້ານັ້ນ, ທີ່ການເຈລະຈາກັບຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ຮ່ວາງບິງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ, ເປັນຫົວໜ້າຄະນະ, 2 ຝ່າຍຢືນຢັນຈະ ສືບຕໍ່ຮັກສາການພົບປະ, ແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນຄະນະຜູ້ແທນໃນໄລຍະຈະມາເຖິງ ເພື່ອແນໃສ່ປັບປຸງການພົວພັນລະຫວ່າງ 2 ພັກກຳອຳນາດຢູູ່ 2 ປະເທດ, ສ້າງພື້ນຖານດ້ານການເມືອງໃຫ້ໝັ້ນຄົງເຂັ້ມແຂງ ເພື່ອພັດທະນາການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ 2 ປະເທດ.