ອຳນາດການປົກຄອງປາແລສຕິນປະຕິຮູບຄະນະລັດຖະບານ
(ພາບປະກອບ: AFP/TTXVN)
(vovworld) - ວັນທີ 30/7, ອຳນາດການປົກຄອງ ປາແລສຕິນ (PA) ຂອງປະທານາທິບໍດີ Mahmoud Abbas ຖະແຫຼງດຳເນີນການປະຕິຮູບຄະນະລັດຖະບານສ່ວນໜຶ່ງ. ຕາມນັ້ນແລ້ວ, ອະດີດລັດຖະມົນຕີວ່າການກະຊວງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ຕິດຕໍ່ພົວພັນ Sabri Saydam ຈະກາຍເປັນລັດຖະມົນຕີວ່າການກະຊວງສຶກສາ, ທ່ານ Samih al-Abed ໄດ້ຮັບແຕ່ງຕັ້ງເປັນລັດຖະມົນຕີວ່າການກະຊວງຂົນສົ່ງ, ທ່ານ Sufoan Sultan ຮັບດຳລົງຕຳແໜ່ງເປັນລັດຖະມົນຕີວ່າການກະຊວງກະສິກຳ, ທ່ານ Abeer Odeh ເປັນລັດຖະມົນຕີວ່າການກະຊວງເສດຖະກິດ, ສ່ວນລັດຖະມົນຕີວ່າການ 19 ກະຊວງອື່ນຍັງຄົງຮັກສາໄວ້ຄືເກົ່າ. ບັນດາລັດຖະມົນຕີຄົນໃໝ່ໄດ້ດຳເນີນພິທີສາບານຕົວຮັບດຳລົງຕຳແໜ່ງໃນວັນທີ 31/7 ຢູ່ທຳນຽບປະທານາທິບໍດີ ທີ່ Ramallah.