(vovworld) – ວັນທີ 13/6, ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດ ໄທ ປຣາວິດ ວົງສຸວອນ ປະກາດວ່າບໍ່ຮັບຮູ້ເລື່ອງແນວໂຮມເອກະພາບເພື່ອປະຊາທິປະໄຕຕ້ານພະເດັດການ (UDD), ຫຼືເອີ້ນວ່າ ຝ່າຍເສື້ອແດງ ສ້າງຕັ້ງບັນດາສູນຕິດຕາມກວດກາການລົງປະຊາມະຕິກ່ຽວກັບຮ່າງລັດຖະທຳມະນູນສະບັບໃໝ່. ນາຍພົນ ປຣາວິດ ຖືວ່າ: ປະຈຸບັນລັດຖະບານໄດ້ມີບັນດາອົງການຄື: ຄະນະກຳມະການແຫ່ງຊາດຕ້ານການສໍ້ລາດບັງຫຼວງ (NACC) ແລະ ຄະນະກຳມະການເລືອກຕັ້ງ (EC) ປະຕິບັດໜ້າທີ່ຕິດຕາມກວດການີ້ ແລະ UDD ຈະບໍ່ໄດ້ຮັບອະນຸຍາດເປີດບັນດາສູນຕິດຕາມກວດກາ. ທ່ານກໍ່ຖະແຫຼງວ່າລັດຖະບານຈະຕັດສິນລົງໂທດຕາມກົດໝາຍຖ້າຫາກ UDD ຍັງສືບຕໍ່ດຳເນີນແຜນການນີ້ຢູ່. ກ່ຽວກັບຖະແຫຼງການຫວ່າງມໍ່ໆມານີ້ຂອງ UDD ທີ່ວ່າ: ຝ່າຍນີ້ຈະຝາກຈົດໝາຍເຖິງສະຫະປະຊາຊາດ ແລະ ສະຖານທູດບັນດາປະເທດທີ່ໄດ້ສົ່ງຜູ້ຕາງໜ້າໄປປະຈຳຢູ່ບັນດາສູນຕິດຕາມກວດກາ, ທ່ານ ປຣາວິດ ເວົ້າວ່າການລົງປະຊາມະຕິນີ້ແມ່ນບັນຫາພາຍໃນຂອງ ໄທ ແລະ ບໍ່ຕ້ອງການເຖິງການແຊກແຊງຂອງສາກົນ.