ອຽນບ໋າຍ: ຮູບແບບປູກປ່າແບບຍືນຍົງນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດທີ່ດີ

(VOVWORLD) -

ໂດຍກຳນົດໄດ້ບົດບາດ ແລະ ມູນຄ່າດ້ານເສດຖະກິດອັນໃຫຍ່ຫຼວງຂອງການເຮັດເສດຖະກິດປ່າໄມ້ຢ່າງຖືກຕ້ອງ, ໃນຊຸມປີຜ່ານມາ, ແຂວງ ອຽນບ໋າຍ ໄດ້ມີຫຼາຍແຜນນະໂຍບາຍ, ໂຄງການກ່ຽວກັບການພັດທະນາເສດຖະກິດປ່າໄມ້ ຕາມທິດຍືນຍົງ, ນຳມາເຊິ່ງມູນຄ່າເສດຖະກິດສູງໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ. ນັບມື້ນັບມີຫຼາຍຄອບຄົວປູກປ່າ ເພື່ອຕອບສະໜອງຕາມທິດທາງດັ່ງກ່າວ, ຕັ້ງໜ້າຍູ້ແຮງຮູບແບບການປູກປ່າຕາມທິດຍືນຍົງ, ຜ່ານນັ້ນກໍ່ມີແຫຼ່ງລາຍຮັບທີ່ດີ, ມີຊີວິດການເປັນຢູ່ເປັນປົກກະຕິ ແລະ ບືນຕົວສ້າງຄວາມຮັ່ງມີ.

ອຽນບ໋າຍ: ຮູບແບບປູກປ່າແບບຍືນຍົງນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດທີ່ດີ - ảnh 1ອາຊີບປູກປ່າ ພວມພັດທະນາຢ່າງແຮງຢູ່ແຂວງ ອຽນບ໋າຍ
(ພາບ: VOV)

ປ້າ ຫງວຽນທິຫງວຽດ, ເຊິ່ງເປັນໜຶ່ງໃນບັນດາຜູ້ກ້າຜັນຂະຫຍາຍຮູບແບບປູກປ່າແບບຍືນຍົງຢູ່ບ້ານ ເຮີນ, ຕາແສງ ທິ້ງຮືງ, ເມືອງ ອຽນບິ່ງ ທີ່ໄດ້ຕິດພັນກັບປ່າມາໄດ້ເວລາເກືອບ 30 ປີ. ໃນຊຸມປີມໍ່ໆມານີ້, ປ້າເຫັນໄດ້ຫຼາຍຄຸນຄ່າທີ່ປ່ານຳມາໃຫ້. ຕາມປ້າແລ້ວ, ກ່ອນນີ້, ປະຊາຊົນທ້ອງຖິ່ນ ມີຄວາມຊິນເຄີຍ 6 – 7 ປີຈຶ່ງຂຸດຄົ້ນໄມ້ປ່າເທື່ອໜຶ່ງ. ແຕ່ໃນຊຸມປີມໍ່ໆມານີ້, ໂດຍປະຕິບັດຮູບແບບປູກປ່າແບບໃໝ່ຕາມທິດຍືນຍົງ, ປ້າ ແລະ ບັນດາຄອບຄົວໃນເຂດໄດ້ແກ່ຍາວໄລຍະເວລາຂຸດຄົ້ນປ່າເປັນກ່ວາ 10 ປີ, ຍ້ອນເຫດນັ້ນ, ລາຄາຜະລິດຕະພັນສູງກ່ວາແຕ່ກ່ອນແຕ່ 1,5 ຫາ 2 ເທົ່າ. ບໍ່ພຽງແຕ່ເທົ່ານັ້ນ, ໃຕ້ຫົ່ມປ່າ, ບັນດາຄອບຄົວໄດ້ພັດທະນາຫຼາຍອາຊີບຕື່ມອີກຄື: ລ້ຽງເຜິ້ງ, ລ້ຽງສັດປິກ… ຮູບແບບປູກປ່າແບບໃໝ່ໄດ້ນຳມາເຊິ່ງຜົນປະໂຫຍດໃຫ້ບັນດາຜູ້ເຮັດອາຊີບປູກປ່າຄື ປ້າ ຫງວຽດ ມີແຫຼ່ງລາຍຮັບນັບມື້ນັບດີກ່ວາ, ຊ່ວຍປັບປຸງການດຳລົງຊີວິດໄດ້ດີພໍສົມຄວນ. ປ້າ ຫງວຽດ ແບ່ງປັນວ່າ:

“ປູກປ່າໄມ້ຫຼາຍປີເພື່ອຮັບປະກັນເສດຖະກິດແບບຍາວນານ. ຍ້ອນວ່າ, ຖ້າ ຕົ້ນໄປໄມ້ໄດ້ 7 ປີ, ເຮົາຂາຍ 1 ເຮັກຕາ ໄດ້ປະມານ 60- 70 ລ້ານດົ່ງ. ແຕ່ເມື່ອເຮົາປູກຕົ້ນໄມ້ໄດ້ 12 ປີຂາຍໄດ້ກ່ວາ 100 ລ້ານດົ່ງ. ໃນຂະນະນັ້ນ, ເຮົາຕ້ອງລົງທຶນຕື່ມອີກ ແລະ ສົມທົບກັບການລ້ຽງເຜີ້ງ, ສອງອັນສົມທົບກັນຈຶ່ງນຳມາເຊິ່ງປະສິດທິຜົນ”.

ບໍ່ພຽງແຕ່ຜູ້ປູກປ່າເທົ່ານັ້ນ, ຫາກບັນດາວິສາຫະກິດແຂວງ ອຽນບ໋າຍ ກໍ່ “ສ້າງຄວາມຮັ່ງມີ” ຈາກຮູບແບບປູກປ່າແບບຍືນຍົງນີ້ອີກດ້ວຍ. ຕາມຕົວເລກທາງການແລ້ວ, ທົ່ວແຂວງມີກ່ວາ 500 ຮາກຖານປຸງແຕ່ງໄມ້. ໄປຄຽງຄູ່ກັນນັ້ນ, ຍັງມີບັນດາວິສາຫະກິດເຄື່ອນໄຫວໃນຂົງເຂດຜະລິດເຈ້ຍ ແລະ ແປ້ງເຈ້ຍ… ປະຊາຄົມວິສາຫະກິດເຄື່ອນໄຫວໃນບັນດາຂົງເຂດນີ້ໄດ້ສ້າງວຽກເຮັດງານທຳໃຫ້ແຮງງານກ່ວາ 3.000 ຄົນ, ປະກອບສ່ວນບໍ່ໜ້ອຍເຂົ້າໃນແຫຼ່ງລາຍຮັບງົບປະມານຂອງແຂວງ. ທ່ານນາງ ຈາກທູແຫ້ງ, ຜູ້ຊ່ວຍວຽກຜູ້ອຳນວຍການໃຫຍ່ ບໍລິສັດຜະລິດ ແລະ ລົງທຶນ ເລີມຟອງ ຈຳກັດ, ຢັ້ງຢືນວ່າ:

 “ການຜະລິດໃນບໍລິເວນແຂວງ ອຽນບ໋າຍ ສະດວກທີ່ສຸດ, ຍ້ອນວ່າຫຼາຍບໍລິສັດໄດ້ສະໜອງແຫຼ່ງວັດຖຸດິບທີ່ພວກຂ້າພະເຈົ້າຕ້ອງການ. ບັນດາຕະຫຼາດຂອງບໍລິສັດຢູ່ຕ່າງປະເທດແມ່ນດີພໍສົມຄວນ, ປະຈຸບັນໃບສັ່ງຊື້ສິນຄ້າເພີ່ມຂຶ້ນຫຼາຍ”.

ອຽນບ໋າຍ: ຮູບແບບປູກປ່າແບບຍືນຍົງນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດທີ່ດີ - ảnh 2ບັນດາຮາກຖານຜະລິດ, ປຸງແຕ່ງໄມ້
(ພາບ:VOV)

ປະຈຸບັນ, ແຂວງ ອຽນບ໋າຍ ແມ່ນທ້ອງຖິ່ນທີ່ມີປະລິມານຕົ້ນໄມ້ໃຫຍ່ໃນບັນດາເຂດພູດອຍທາງພາກເຫນືອ ດ້ວຍຍອດເນື້ອທີ່ປ່າ ແລະ ເນື້ອທີ່ດິນທີ່ຈັດສັນສຳລັບການຜະລິດປ່າໄມ້ໄດ້ເກືອບ 479.000 ເຮັກຕາ, ແຕ່ລະປີຂຸດຄົ້ນໄມ້ເກືອບ 700.000 ແມັດກ້ອນ ແລະ ໄມ້ໄຜ່, ໄມ້ເຮ້ຍ ໄດ້ກ່ວາ 150.000 ໂຕນ. ເປັນໜ້າສົນໃຈແມ່ນ, ໃນຊຸມປີຜ່ານມາ, ແຕ່ລະປີ, ແຂວງປູກຕົ້ນໄມ້ໃໝ່ໄດ້ກ່ວາ 15.000 ເຮັກຕາ, ຊ່ວຍຍົກອັດຕາປ່າໄມ້ປົກຄຸມຢູ່ໃນລະດັບ 62% ໃນປີ 2015, ຂຶ້ນເປັນ 63% ໃນປີ 2022, ຈັດອັນດັບທີ 4 ໃນທົ່ວປະເທດ.

ເປົ້າໝາຍຂອງແຂວງແມ່ນຮອດປີ 2025, ອັດຕາປ່າປົກຄຸມບັນລຸ 65%, ປະລິມານປ່າໄມ້ທີ່ຂຸດຄົ້ນໃນແຕ່ລະປີບັນລຸ 500.000 ແມັດກ້ອນ, ມຸ່ງໄປເຖິງການກາຍເປັນສູນປຸງແຕ່ງໄມ້ຂອບຂະໜາດໃຫຍ່ດ້ວຍເຕັກໂນໂລຊີທັນສະໄໝ. ທ່ານ ປອ ໂດ໋ດາຢາງ, ຫ້ອງການສົ່ງເສີມກະສິກຳ - ປູກຝັງ - ຜະລິດຕະພັນກະເສດ, ສູນສົ່ງເສີມກະສິກຳແຫ່ງຊາດ, ຕີລາຄາສູງທິດທາງນີ້ຂອງແຂວງ ອຽນບ໋າຍ, ຢັ້ງຢືນເລື່ອງຍູ້ແຮງການປູກປ່າຕາມຮູບແບບໃໝ່ ນຳມາເຊິ່ງຄຸນຄ່າໃຫຍ່ຫຼວງກ່ວາເມືຶ່ອທຽບໃສ່ວິທີປູກປ່າແບບດັ້ງເດີມ. ທ່ານ ປອ ໂດ໋ດາຢາງ,  ໃຫ້ຂໍ້ສັງເກດວ່າ:

 “ການປູກປ່າຕາມມາດຖານ FSC ໝາຍຄວາມວ່າຕາມໃບຢັ້ງຢືນຈາກສາກົນ. ການປູກປ່າຕ້ອງສົນໃຈເຖິງແຕ່ລະຂັ້ນຕອນ, ເລີ່ມຕົ້ນແມ່ນແຫຼ່ງສົ້ນເຂົ້າ, ນັບແຕ່ແນວພັນ ຕະຫຼອດຮອດມາດຕະການດ້ານເຕັກນິກ ແລະ ຂັ້ນອນການຄຸ້ມຄອງ, ບົວລະບັດ ລ້ວນແຕ່ຕ້ອງປະຕິບັດຕາມມາດຖານສາກົນ. ການຜະລິດຕາມມາດຖານ FSC ນັ້ນ, ບັນດາຜະລິດຕະພັນເຄື່ອງປ່າຂອງດົງຂອງພວກເຮົາຈຶ່ງສາມາດແຊກຊຶມເຂົ້າຕະຫຼາດໃຫຍ່ໃນໂລກຄື ເອີລົບ, ທະວີບ ອາເມລິກາ, ຍີ່ປຸ່ນ, ຈີນ… ມູນຄ່າທີ່ນຳມາໃຫ້ ກໍ່ຫຼາຍກ່ວາເມື່ອທຽບໃສ່ເລື່ອງພວກເຮົາຜະລິດແບບດັ້ງເດີມ”.

ຍຸດທະສາດພັດທະນາປ່າແບບຍືນຍົງຢູ່ແຂວງ ອຽນບ໋າຍ ໄດ້ ແລະ ພວມພັດທະນາປະສິດທິຜົນເປັນຢ່າງດີ, ປະກອບສ່ວນເຂົ້າໃນພາລະກິດແຫ່ງການພັດທະນາເສດຖະກິດຂອງທ້ອງຖິ່ນຫຼາຍພໍສົມຄວນ, ພ້ອມທັງປະກອບສ່ວນໃນການຫັນເປົ້າໝາຍເຊິ່ງມະຕິກອງປະຊຸມໃຫຍ່ຄະນະພັກແຂວງ ອຽນບ໋າຍ ຄັ້ງທີ XIX (ປີ 2020) ໄດ້ວາງອອກນັ້ນແມ່ນ ສ້າງ “ເຂດຜະລິດຕະພັນປ່າໄມ້ ໝູນໃຊ້ເຕັກໂນໂລຊີສູງເຂດພູພຽງ ແລະ ພູດອຍພາກເໜືອ ຢູ່ແຂວງ ອຽນບ໋າຍ ໄລຍະ 2021 – 2030, ວິໄສທັດຮອດປີ 2045” ໃຫ້ປະກົດຜົນເປັນຈິງ./.

ຕອບກັບ

ຂ່າວ/ບົດ​ອື່ນ