ອູແນສໂກພິຈາລະນາສຳເນົາເອກະສານ ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ
(ພາບ:m.vietnamnet.vn)
(vovworld) - ວາລະປະຊຸມຄັ້ງທີ 7 ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການອະນຸລັກຮັກສາວັດທະນະທຳບໍ່ມີຮູບຮ່າງຂອງອົງການວັດທະນະທຳ, ວິທະຍາສາດການສຶກສາອູແນສໂກ ໄດ້ດຳເນີນໄປແຕ່ວັນທີ 3-7/12 ຢູ່ປາຣີ ປະເທດຝະລັ່ງ. ເນື້ອໃນໄດ້ຮັບຄວາມສົນໃຈທີ່ສຸດໃນວາລະປະຊຸມຄັ້ງນີ້ ແມ່ນພິຈາລະນາສອງບັນຊີລາຍຊື່ສະເໜີຮັບຮອງແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງ, ໃນນັ້ນມີສຳເນົາເອະສານການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງຂອງຫວຽດນາມ. ຕອບ ສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳຝະລັ່ງ, ທ່ານນາງ Cecile Duvelle ຫົວໜ້າຄະນະເລຂາຂອງສົນທິສັນຍາໃຫ້ຮູ້ວ່າ: ສຳເນົາເອກະສານຂອງຫວຽດນາມ ໄດ້ຮັບການກະກຽມເປັນຢ່າງດີ ແລະ ຄຽງຂ້າງນັ້ນ, ທ່ານນາງເອງຈະອ່ານບົດລາຍງານກ່ຽວກັບຜົນງານຂອງຫວຽດນາມ ໃນການອະນຸລັກຮັກສາມໍລະດົກວັດທະນະທຳບໍ່ມີຮູບຮ່າງ:
“ຫວຽດນາມ ມີຄວາມຕັ້ງໜ້ານັບແຕ່ດົນນານມາແລ້ວ ແລະ ປີນີ້ຫວຽດນາມ ສະແດງໃຫ້ໂລກເຫັນສິ່ງທີ່ຫວຽດນາມ ເຮັດໄດ້, ບັນດາຄວາມມານະພະຍາຍາມສັງລວມ, ການເຄື່ອນໄຫວຂອງບັນດາຄະນະກຳມະການ, ສະຖາບັນອະນຸລັກຮັກສາ. ເປັນທີ່ຈະແຈ້ງແລ້ວວ່າ, ຫວຽດນາມ ແມ່ນແບບຢ່າງສະແດງໃຫ້ເຫັນວ່າ: ບໍ່ແມ່ນປະເທດຮັ່ງມີຈຶ່ງມີບັນດາວິທີການອານຸລັກຮັກສາທີ່ດີທີ່ສຸດ. ສ່ວນສຳລັບສຳເນົາເອະສານການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ ຂ້າພະເຈົ້າອາດເວົ້າໄດ້ວ່າສຳເນົາເອກະສານຂອງຫວຽດນາມ ເຮັດໄດ້ດີທີ່ສຸດ“