ຮັກສາຄວາມສະຫງົບແຫ່ງຊາດ,ຄວາມເປັນລະບຽບຮຽບຮ້ອຍ,ຄວາມປອດໄພທາງສັງຄົມໃນທຸກກໍລະນີ

ຮັກສາຄວາມສະຫງົບແຫ່ງຊາດ,ຄວາມເປັນລະບຽບຮຽບຮ້ອຍ,ຄວາມປອດໄພທາງສັງຄົມໃນທຸກກໍລະນີ - ảnh 1
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວຄຳເຫັນຊີ້ນຳກອງປະຊຸມ
(ພາບ: qdnd.vn)

(vovworld) –  ຕອນ​ເຊົ້າ​ວັນ​ທີ 18/12, ກອງ​ປະຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 69 ​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ ຮ່າ​ໂນ້ຍ ​ເພື່ອ​ສະຫລຸບ​ສະພາບ​ການ, ໝາກຜົນ​ຂອງ​ວຽກ​ງານ​ຮັບ​ປະກັນ​ຄວາມ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຂະ​ບວນການ​ແຂ່ງຂັນ “​ເພື່ອ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ຊາດ” ປີ 2013, ຜັນ​ຂະຫຍາຍ​ໜ້າ​ທີ່​ວຽກ​ງານ​ຮັບປະກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະ​ບຽນ​ຮຽບຮ້ອຍ ​ແລະ ປຸກລະດົມ​ຂະ​ບວນການ​ແຂ່ງຂັນ​ປີ 2014. ທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ຮັບ​ຮູ້​ວ່າກຳລັງ​ຕຳຫຼວດ​ປະຊາຊົນ​ປະຕິບັດ​ວຽກ​ງານ​ຮັບ​ປະກັນຄວາມ​ສະຫງົບ, ຄວາມ​ເປັນ​ລະ​ບຽນ​ຮຽບຮ້ອຍ ທາງ​ສັງຄົມ, ປະກອບສ່ວນ​ຮັກສາ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ປົກ​ປັກຮັກສາ​ອະທິປະ​ໄຕ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ສ້າງ​ສະພາບ​ແວດ​ລ້ອມ​ສະດວກ​ເພື່ອ​ພັດທະນາ​ເສດຖະກິດ, ​ເປີດ​ກ້ວາງ​ການ​ພົວພັນ​ກັບ​ຕ່າງປະ​ເທດ ​ແລະ ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປະຕິບັດບັນດາ​ຈຸດໝາຍ​ພັດທະນາ​ເສດຖະກິດ - ສັງຄົ​ມຂອງ​ປະ​ເທດ​ຊາດ​ໃນ​ປີຜ່ານມາ. ທ່ານ​ເລຂາທິການ​ໃຫຍ່​ສະ​ເໜີ​ໃຫ້​ກຳລັງຕຳຫຼວດ​ປະຊາຊົນ​ສືບ​ຕໍ່​ຊາບ​ຊຶມ​ຢ່າງ​​ເລິກ​ເຊິ່ງ, ຫັນ​ເປັນ​ລະອຽດ​ບັນດາ​ທັດສະນະ, ​​​ແນວ​ຄິດ​ຊີ້​ນຳຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ກ່ຽວ​ກັບ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ:

        “ການ​ເຄື່ອນ​ໄຫວ​ທັງ​ໝົດຂອງ​ກຳລັງ​ຕຳຫຼວດ ປະຊາຊົນ​ຕ້ອງ​ສຸມ​ໃສ່​ປະຕິບັດ​ໜ້າ​ທີ່​ຈຸດ​ສຸ​ມ​ແມ່ນ​ຮັກສາ​ຄວາມສະຫງົບແຫ່ງ​ຊາດ, ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍທາງ​ສັງຄົມ​ໃນ​ທຸກໆ​ກໍ​ລະ​ນີ. ນັ້ນ​ແມ່ນ​ຈຸດໝາຍ, ໜ້າ​ທີ່​ຕ້ອງ​ເດັດ​ດຽວ​ປະຕິບັດ​ໃຫ້​ໄດ້. ຫຍຸ້ງຍາກ​ແນວ​​ໃດ​ກໍ່​ຕ້ອງ​ປະຕິບັດ​ໃຫ້​ໄດ້. ຕ້ອງ​ປະຕິບັດ​ຢ່າງ​ເດັດຂາດ ​ແລະ ມີ​ປະສິທິຜົນ, ດ້ວຍ​ບັນດາ​ວິທີ, ມາດ​ຕະການ​ສະຫຼາດ​ຄ່ອງ​ແຄ້ວ, ອ່ອນ​ໂຍນ ​ແລະ ບາງ​ເທື່ອ​ກໍ່​ຕ້ອງ​ເດ​ັດດຽວ, ​ມີ​ໄຫວ​ພິບ”

 ທ່ານ​ເລຂາທິການ​ໃຫຍ່ ຮຽກຮ້ອງ​ໃຫ້​ກຳລັງ​ຕຳຫຼວດ​ປະຊາຊົນ​ເປັນ​ເຈົ້າ​ການ​ກຳ​ແໜ້ນ, ​ໄຈ້​ແຍ​ກ, ຄາດ​ຄະ​ເນ​ສະພາບ​ການ​ເພື່ອ​​ເສນາ​ທິການ​​ໃຫ້​ພັກ ,ລັດ ມີ​ແຜນ​ນະ​ໂຍບາຍ, ລັດຖະນະ​ໂຍບາຍ​ຖືກຕ້ອງ​ເພື່ອ​ຮັກສາ​ຄວາມ​ສະຫງົບ​ແຫ່ງ​ຊາດ.
ຂ່າວ/ບົດ​ອື່ນ