ຮັດ​ແໜ້ນ​ນ້ຳ​ໃຈ​ມິດ​ຕະ​ພາບ ລະ​ຫວ່າງ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ

(VOVWORLD) -ທີ່ກອງປະຊຸມໃຫຍ່, ບັນດາຜູ້ແທນຈະປຶກສາຫາລື ຮັບຮອງເອົາບົດລາຍງານ, ສະຫຼຸບຕີລາຄາການເຄື່ອນໄຫວຂອງ ສະມາຄົມໃນ 5 ປີຜ່ານມາ, ສະເໜີທິດທາງຂອງ ສະມາຄົມ ໃນອາຍຸການ 2021 – 2026, ກອງປະຊຸມໃຫຍ່ກໍ່ ເລີ່ມດຳເນີນການເລືອກຕັ້ງຄະນະບໍລິຫານງານສະມາຄົມ, ຄະນະປະຈຳ, ຄະນະກວດກາ ແລະ ບັນດາຕຳແໜ່ງທີ່ຫຼັກແຫຼ່ງຕ່າງໆຂອງ ສະມາຄົມ.
ຮັດ​ແໜ້ນ​ນ້ຳ​ໃຈ​ມິດ​ຕະ​ພາບ ລະ​ຫວ່າງ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ - ảnh 1ທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ອິນໂດເນເຊຍ ປະຈຳ ຫວຽດນາມ Denny Abdi ຕອບສຳພາດຕໍ່ນັກຂ່າວ VOV

ຕອນເຊົ້າວັນທີ 27 ຕຸລາ, ຢູ່ສຳນັກງານວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 58,ຖະໜົນກວານຊື້, ຮ່າໂນ້ຍ, ຈະດຳເນີນກອງປະຊຸມໃຫຍ່ ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ຄັ້ງທີ 4 ແບບທາງໄກ ແລະ ໂດຍກົງ. ທີ່ກອງປະຊຸມໃຫຍ່, ບັນດາຜູ້ແທນຈະປຶກສາຫາລື ຮັບຮອງເອົາບົດລາຍງານ, ສະຫຼຸບຕີລາຄາການເຄື່ອນໄຫວຂອງ ສະມາຄົມໃນ 5 ປີຜ່ານມາ, ສະເໜີທິດທາງຂອງ ສະມາຄົມ ໃນອາຍຸການ 2021 – 2026, ກອງປະຊຸມໃຫຍ່ກໍ່ ເລີ່ມດຳເນີນການເລືອກຕັ້ງຄະນະບໍລິຫານງານສະມາຄົມ, ຄະນະປະຈຳ, ຄະນະກວດກາ ແລະ ບັນດາຕຳແໜ່ງທີ່ຫຼັກແຫຼ່ງຕ່າງໆຂອງ ສະມາຄົມ. ໃນອາຍຸການ 2015 – 2020, ຍ້ອນໂລກລະບາດໂຄວິດ - 19, ບັນດາການເຄື່ອນໄຫວພົວພັນຕ່າງປະເທດ ປະຊາຊົນເວົ້າລວມ ແລະ ການເຄື່ອນໄຫວຂອງ ສະມາຄົມຫວຽດນາມ - ອິນໂດເນເຊຍ ເວົ້າສະເພາະ ມີການປ່ຽນແປງຕາມວິທີການໃໝ່ ເໝາະສົມກັບທິດນຳ “ເປັນເຈົ້າການ, ມີໄຫວພິບ, ມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນ”. ສະມາຄົມມິດຕະພາບ ຫວຽດນາມ ອິນໂດເນເຊຍ ໄດ້ຕັ້ງໜ້າເຂົ້າຮ່ວມການເພີ່ມທະວີ, ປັບປຸງ, ການພົວພັນສາມັກຕີ, ມິດຕະພາບ, ຊຸກຍູ້ການຮ່ວມມື, ເປີດກວ້າງການພົບປະແລກປ່ຽນໃນຂອບເຂດໃໝ່ຂອງ ການພົວພັນຄູ່ຮ່ວມມືຍຸດທະສາດ. ສະມາຄົມ ໄດ້ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ ສົມທົບ, ເຊື່ອມຕໍ່ກັບບັນດາຄູ່ຮ່ວມມືຂອງ ສອງປະເທດ, ປະກອບສ່ວນເຂົ້າໃນການຍູ້ແຮງ ການຮ່ວມມື, ຍາດແຍ່ງທຸກແຫຼ່ງກຳລັງໃນການພັດທະນາເສດຖະກິດ - ສັງຄົມ, ປົກປັກຮັກສາຜົນປະໂຫຍດແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ