ຮັບປະກັນສິດ ແລະ ຜົນປະໂຫຍດໃຫ້ແກ່ ຄົນງານອົບພະຍົບໄປ ເຮັດວຽກຢູ່ຕ່າງປະເທດ

ຮັບປະກັນສິດ ແລະ ຜົນປະໂຫຍດໃຫ້ແກ່ ຄົນງານອົບພະຍົບໄປ ເຮັດວຽກຢູ່ຕ່າງປະເທດ - ảnh 1
(ບັບດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ)

(vovworld) - ​ເນື່ອງ​ໃນ​​ໂອກາດ​ວັນ​ສາກົນ​ກ່ຽວ​ກັບ​ຄົນອົບ​ພະຍົບ (18/12), ວັນ​ທີ 17/12, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ “​ເພີ່ມ​ທະວີ​ການ​ປົກ​ປ້ອງ​ຄົນ​ງານ​ອົບ​ພະຍົບຜ່ານ​ກົນ​ໄກ​ໜູນ​ຊ່ວຍ​ດ້ານກົດໝາຍ - ​ແບ່ງປັນ​ບົດ​ຮຽນ​ໃນ​ພາກ​ພື້ນ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ຢູ່​ຫວຽດນາມ”. ກອງ​ປະຊຸມ​ສຳ​ມະ​ນາ​ໂດ​ຍກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ສົມທົບ​ກັບ​ອົງການ​ຍົບພະຍົບສາກົນ (IOM) ປະຈຳ​ຫວຽດນາມ ຈັດ​ຕັ້ງ. ບັບດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​​ໄດ້​ຖື​ວ່າ ຫວຽດນາມ ​ພວມມານະ​ພະຍາຍາມ​ຫຼາຍຢ່າງ​ເພື່ອ​ປົກ​ປ້ອງ​ຄົນ​ງານ​ອົບ​ພະຍົບທີ່​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ຜ່ານ​ບັນດາ​ນະ​ໂຍບາຍ, ກົດໝາຍ ​ແລະ ​ໂຄງການ​ລະອຽດ. ດ້ວຍ​ບົດບາດ​ຂອງ​ຕົນ, IOM ພວມ​ພ້ອມ​ກັບ​ຫວຽດນາມ ​ແກ້​ໄຂ​ບັນດາ​ບັນຫາ​ເຊິ່ງຄົນ​ງານ​ອົບ​ພະຍົບພວມ​ປະ​ເຊີນ​ໜ້າ​ເມື່ອ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ. ທ່ານ G.Forister, ຫົວໜ້າ​ຄະນະ​ຜູ້​ແທນ​ອົງການ​ອົບ​ພະຍົບສາກົນ​ປະຈຳ​ຫວຽດນາມ ​ໃຫ້​ຮູ້​ວ່າ.

    “IOM ປະຈຳ​ຫວຽດນາມ ໜູນ​ຊ່ວຍ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ​ຂອງ​ຄົນ​ງານອົບ​ພະຍົບຜ່ານ 2 ມາດ​ຕະການ​ຕົ້ນ​ຕໍ່. ທີ 1 ​ແມ່ນ ສະໜອງ​ຂໍ້​ມູນ​ໃຫ້​ຜູ້​ໄປ​ອົບ​ພະຍົບ​ເພື່ອ​ໃຫ້​ເຂົາ​ເຈົ້າ​ປົກ​ປ້ອງ​ດ້ວຍ​ຕົນ​ເອງ. ທີ 2 ​​ແມ່ນ​ວຽກ​ງານທີ່​ພວກ​ຂ້າພະ​ເຈ​ົ້າ​​ໄດ້​ເຮັດ​ນັ້ນ​ແມ່ນ​ສົມທົບ​ກັນ​ເພື່ອ​ໜູນ​ຊ່ວຍ​ໃຫ້​ຜູ້​ໄປ​ອົບ​ພະຍົບ​ເມື່ອ​​ເຂົາ​ເຈົ້າປະສົບ​ກັບ​ວິ​ກິດ​ການ ຫຼື​ ​​ເຫດການ​ຕ່າງໆ.”

        ປະຈຸ​ບັນ, ​ມີ​ຄົນ​ງານຫວຽດນາມ ​500.000 ຄົນທີ່​ພວມ​ເຮັດ​ວຽກຢູ່​ກວ່າ 40 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ, ​ແຕ່​ອາຊີ, ຕາ​ເວັນ​ອອກ​ກາງ, ​ເອີ​ລົບ ຕະຫຼອດ​ຮອດ ອາ​ຟລິ​ກາ ​ແລະ ທະວີ​ບອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ