ຮູບພາບລວມຊອງພື້ນຖານເສດຖະກິດຫວຽດນາມ ໃນປີ 2014 ຈະສະຫວ່າງສະໄຫວກ່ວາ

ຮູບພາບລວມຊອງພື້ນຖານເສດຖະກິດຫວຽດນາມ ໃນປີ 2014 ຈະສະຫວ່າງສະໄຫວກ່ວາ - ảnh 1
ອັດຕາ​ແລກປ່ຽນ​ເງິນ​ດົງຫວຽດນາມ​ກັບ​ເງິນຕາ​ຕ່າງປະ​ເທດ​ເປັນ​ປົກກະຕິ   (ພາບ : kinhte.com)

(Vovworld)- ພື້ນຖານ​ເສດຖະກິດ​ຫວຽດນາມ​ປີ 2013 ມີ​ສັນຍານ​ຟື້ນ​ຕົວ​ຄືນ. ດັດຊະ​ນີ​ເສດຖະກິດ​ມະຫາ​ພາກ​ໄດ້​ຮັບ​ການ​ປົວ​ແປງ​ຕາມ​ທິດ​ປົກກະ​ຕິກ່ວາ. ​ໄພ​ເງິນ​ເຟີ້​ໄດ້​ຖືກ​ຄວບ​ຄຸມ, ຈຳນວນ​ເງິນຕາຕ່າງປະ​ເທດ​ສະ​ສົມ​​ໄດ້​ເພີ່ມ​ຂຶ້ນ​ສູງ, ອັດຕາ​ແລກປ່ຽນ​ເງິນ​ຫວຽດນາມ​ກັບ​ເງິນຕາ​ຕ່າງປະ​ເທດ​ເປັນ​ປົກກະຕິ. ນີ້​ແມ່ນ​ບັນດາ​ຂໍ້​ສັງ​ເກດ​ຂອງ​ບັນດາ​ຜູ້​ແທນ​ທີ່​ວາລະ​ປະຊຸມຄົບ​ຄະນະຂອງ​ກຳມາ​ທິການ​ເສດ​ຖະກິດ ສະພາ​ແຫ່ງ​ຊາດ​ຫວຽດນາມ​ເທື່ອ​ທີ 9 ຊຶ່ງ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 28/9 ທີ່​ນະຄອນ​ເຫ້ວ. ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ຖື​ວ່າ ກ້າວ​ເຂົ້າ​ສູ່​ປີ 2014, ຄາດ​ຄະ​ເນ​ວ່າ ຮູບ​ພາບ​ລວມຊອງ​ພື້ນຖານເສດຖະກິດ​ຫວຽດນາມ ຈະ​ສະຫວ່າງ​ສະ​ໄຫວ​ກ່ວາ, ລະດັບ​ເພີ່ມ GDP ​ແມ່ນ​ປະມານ 5,5% ​ແລະ CPI ​ເພີ່ມ​ປະມານ 7%, ​ໃນ​ນັ້ນ​ຂົງ​ເຂດ​ບໍລິການ​, ຄາດ​ຄະ​ເນ​ວ່າ ມີ​ລະດັບ​ເຕີບ​ໂຕ​ສູງ​ສົມຄວນ.

ຕອບກັບ

ຂ່າວ/ບົດ​ອື່ນ