ຮັບຮູ້ການປະກອບສ່ວນ ຂອງກຸ່ມບໍລິສັດຮ່ວາງແອງ ຢາລາຍ ເຂົ້າໃນພາລະກິດ ພັດທະນາເສດຖະກິດ ສັງຄົມຢູ່ລາວ

ຮັບຮູ້ການປະກອບສ່ວນ ຂອງກຸ່ມບໍລິສັດຮ່ວາງແອງ ຢາລາຍ ເຂົ້າໃນພາລະກິດ ພັດທະນາເສດຖະກິດ ສັງຄົມຢູ່ລາວ - ảnh 1
(ພາບປະກອບ)
(vovworld) - ​ໃນ​ຊຸມ​ມື​ຜ່ານ​ມາ, ໜັງສືພິມ​ລາວ ​ໄດ້​ລົງ​ພິມ​ຫຼາຍ​ບົດ​ຂຽນ​ຍ້ອງຍໍກຸ່ມບໍລິ​ສັດ ຮ່ວາງ​ແອ​ງຢາ​ລາຍ ​ໃນ​ການ​ຊ່ວຍ​ເຫຼືອ​ປະຊາຊົນ​ລາວ​​ ເວົ້າ​ລວມ ​ແລະ ບັນດາ​ທ້ອ​ງຖິ່ນ​ທາງ​ພາກ​ໃຕ້​ຂອງ​ລາວ ​ເວົ້າ​ສະ​ເພາະ. ພາຍ​ໃຕ້​ຫົວ​ຂໍ້​ວ່າ “ນ້ຳ​ໃຈ​ອັນ​ສູງ​ສົ່ງ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ ​ແຫ່ງ​ໜຶ່ງ”, ໜັງສືພິມ “ປະ​ເທດ​ລາວ” ຂອງ​ສຳນັກ​ຂ່າວສານ ປະ​ເທດ​ລາວ ​ແລະ ໜັງ​ສື່​ພິມ “ລາວ​ພັດທະນາ” ຂອງ​ສະມາຄົມ​ນັກ​ຂ່າວ​ລາວ ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ​ເລຂາຄະນະພັກ​, ​ເຈົ້າ​ແຂວງ​ແຂວງ ອັດ​ຕະປື ຄຳພັນ ພົມມະທັດ ​​ໂດຍໃຫ້​ຮູ້​ວ່າ ກຸ່ມບໍລິ​ສັດ ຮ່ວາງ​ແອ​ງຢາ​ລາຍ ​ໄດ້​ລົງທຶນປູກ​ຕົ້ນ​ຢາງພາລາ ​ແລະ ຕົ້ນ​ອ້ອຍ, ​ເຮັດ​ໃຫ້​ປ່າ​ທີ່ຫວ່າງ​ເປົ່າກາຍ​ເປັນ​ບັນດາໂຄງການ​ປູກ​ຕົ້ນ​ຢາງພາລາ, ຟາ​ມປູກອ້ອຍ ນຳ​ມາ​ເຊິ່ງປະສິດທິ​ຜົນ​ດ້ານ​ເສດຖະກິດ​ສູງ, ຊ່ວຍ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປ​ະຊາ​ຊົນ. ບົດ​ຂຽນ​ໄດ້​ຕີລາຄາ​ສູງ​ຕໍ່​ການ​ຊ່ວຍ​ເຫຼືອ​ຂອງກຸ່ມບໍລິ​ສັດ ຮ່ວາງ​ແອ​ງຢາ​ລາຍ ທີ່​​ໄດ້ລົງທຶນ​ເຂົ້າ​ໃນ​ບັນດາ​ແຂວງ​ທຸກ​ຍາກ​ຄື ​ເຊກ​ອງ ​ແລະ ອັດ​ຕະປື; ຊ່ວຍ​ເຫຼືອລ້າ​ 35 ລ້ານ USD ​ໃຫ້​ແກ່​ວຽກ​ງານ​ຮັບປະກັນ​ຊີວິດສັງຄົມຢູ່​ບັນດາ​ທ້ອງ​ຖິ່ນ​ນີ້ຄື; ກໍ່ສ້າງ​ໂຮງ​ໝໍ 200 ຕຽງ, ຄົວ​ເຮືອນ​ໃຫ້​​ກຳມະກອນ 1.000 ຄົວ​ເຮືອນ, ສ້າງ​ສູນ​ບໍລິຫານ​ເມືອງ ພູ​ວົງ. ກຸ່ມບໍລິສັດ ຮ່ວາງ​ແອ​ງຢາ​ລາຍ ​ໄດ້​ປ​ະກອບ​ສ່ວນ​ແກ້​ໄຂ​ວຽກ​​ເຮັດ​ງານ​ທຳ​ໃຫ້​ແກ່​ປະຊາຊົນ 2 ​ແຂວງ​ດັ່ງກ່າວ ​ແລະ ​ແຂວງໃກ້​ຄຽງ 20.000 ຄົນ. ກຸ່ມບໍລິ​ສັດ ຮ່ວາງ​ແອ​ງຢາ​ລາຍ ​ໄດ້​ຮັບ​ຕີ​ລາຄາ​ວ່າ ​ແມ່ນ​ນັກ​ລົງທຶນ​ຕ່າງປະ​ເທດ​ຮັບ​ຜົນສຳ​ເລັດ​ທີ່​ສຸດ​ຢູ່​ລາວ ດ້ວຍ​ຍອດ​ຈຳນວນ​ເງິນ​ລົງ​ທຶນ​ເກືອ​ບ 1 ຕື້ USD, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະຊາຊົນ​ທ້ອງ​ຖິ່ນ ຫຼຸດ​ຜົ້ນອອກ​ຈາກ​ຄວາມທຸກ​ຍາກ​​ໂດຍ​ໄວ.

        ​​ໃຫ້​ຂໍ້ສັງ​ເ​​ກ​ດກ່ຽວ​ກັບ ກຸ່ມບໍລິ​ສັດ ຮ່ວາງ​ແອ​ງຢາ​ລາຍ, ທ່າ​ນຮອງ​ນາຍົກລັດຖະມົນ​ຕີລາວ ສົມ​ສະຫວາດ ​ເລັ່ງສະຫວັດ ຢືນຢັນ​ວ່າ: ນີ້ແມ່ນ​ກຸ່ມບໍ່​ລິ​ສັດ​​ເປັນ​ແບບຢ່າງ, ມີ​ຄວາມ​ຕັດສິນ​ສຸງ, ບໍ່​​ເປັນ​ສຳຄັນ​ຜົນ​ປະ​ໂຫຍ​ດ​ໃນ​ຕໍ່ໜ້າ ຫາກຖື​ເປັນ​ສຳຄັນ​ຜົນ​ປະ​ໂຫຍດ​ໄລຍະ​ຍາວ, ກ້າ​ຄິດກ້າ​ທຳ, ນຳໃຊ້​ວິທະຍາສາດ​ທີ່​ທັນ​ສະ​ໄໝ​ຂອງ​ໂລກ​ເຂົ້າ​ໃນ​ການ​ຜະລິດ; ​ລົງທຶນຢ່າງ​ມີ​ຈຸດ​ສຸມ, ນຳມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ແທດ​ຈິງ​ໃຫ້​ແກ່​ປະຊາຊົນ ​ແລ​ະ ຊ່ວຍ​ໃຫ້​ແຂ​ວງ ອັດ​ຕະປື ນັບ​ມື້​ນັບ​ພັດທະ​ນາ.

ຂ່າວ/ບົດ​ອື່ນ