ຮັບ​ເງິນ​ສະ​ໜັບ​ສະ​ໜູນ​ການ​ເຄື່ອນ​ໄຫວ​ເບິ່ງ​ແຍງ​ດູ​ແລ ຄົນ​ທຸກ​ຍາກ ຕ້ອນ​ຮັບ​ບຸນ​ເຕັດ

(VOVWORLD) - ທ່ານ ຫງວຽນແທັງຈຸງ, ຮອງປະທານຜູ້ປະຈຳການຄະນະກຳມະການແນວໂຮມປະເທດຊາດ ນະຄອນ ໄດ້ ຕີລາຄາສູງ ແລະ ຂອບໃຈຄວາມເອົາໃຈໃສ່, ຮ່ວມເດີນທາງຂອງບັນດາອົງການ, ຫົວໜ່ວຍທີ່ໄດ້ເຂົ້າຮ່ວມການສະໜັບສະໜູນກອງທຶນເພື່ອຄົນທຸກຍາກ” ນະຄອນ.
ຮັບ​ເງິນ​ສະ​ໜັບ​ສະ​ໜູນ​ການ​ເຄື່ອນ​ໄຫວ​ເບິ່ງ​ແຍງ​ດູ​ແລ ຄົນ​ທຸກ​ຍາກ ຕ້ອນ​ຮັບ​ບຸນ​ເຕັດ - ảnh 1ທ່ານ ຫງວຽນແທັງຈຸງ, ຮອງປະທານຜູ້ປະຈຳການຄະນະກຳມະການແນວໂຮມປະເທດຊາດ ນະຄອນ ໂຮ່ຈີມິນ ໄດ້ມອບຈົດໝາຍຂອບໃຈ ຜູ້ຕາງໜ້າບັນດາອົງການ ທີ່ມີໄດ້ປະກອບເງິນເຂົ້າກອງທຶນເພື່ອຄົນທຸກຍາກ (ພາບ: TTXVN)

ຕອນບ່າຍວັນທີ 13 ທັນວາ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮ່ຈີມິນ - ຄະນະຂົນຂວາຍ ຄຸ້ມຄອງ ແລະ ນຳໃຊ້ ກອງທຶນ “ເພື່ອຄົນທຸກຍາກ” ນະຄອນ ໄດ້ພິທີຮັບເງິນສະໜັບສະໜູນກອງທຶນ ເພື່ອເບິ່ງແຍງດູແລໃຫ້ແກ່ບັນດາຄອບຄົວທຸກຍາກ ເນື່ອງໃນໂອກາດບຸນເຕັດປີ 2024 ດ້ວຍຍອດມູນຄ່າ 700 ລ້ານດົ່ງ. ທີ່ການຕ້ອນຮັບ, ທ່ານ ຫງວຽນແທັງຈຸງ, ຮອງປະທານຜູ້ປະຈຳການຄະນະກຳມະການແນວໂຮມປະເທດຊາດ ນະຄອນ ໄດ້ ຕີລາຄາສູງ ແລະ ຂອບໃຈຄວາມເອົາໃຈໃສ່, ຮ່ວມເດີນທາງຂອງບັນດາອົງການ, ຫົວໜ່ວຍທີ່ໄດ້ເຂົ້າຮ່ວມການສະໜັບສະໜູນກອງທຶນເພື່ອຄົນທຸກຍາກ” ນະຄອນ, ສ້າງແຫຼ່ງງົບປະມານໃນການເບິ່ງແຍງດູແລ ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ ໄດ້ຕ້ອນຮັບບຸນເຕັດຢ່າງເບິກບານມ່ວນຊື່ນ, ອົບອຸ່ນ, ມີຄວາມສຸກ ຖືກກັບຈິດໃຈ “ບໍ່ປະໃຫ້ຄອບຄົວທຸກຍາກໃດ ບໍ່ໄດ້ຕ້ອນຮັບບຸນເຕັດປະຈຳຊາດ”. ທ່ານ ຫງວຽນແທັງຈຸງ ໃຫ້ຮູ້ວ່າ ທາງນະຄອນ ຈະແບ່ງປັນ ແຫຼ່ງເງິນໜູນຊ່ວຍຈາກບັນດາຜູ້ອຸປະຖຳ, ຜູ້ໃຈບຸນໃຈກຸສົນ ເພື່ອເບິ່ງແຍງດູແລ ໃຫ້ຖືກກັບເນື້ອໃນ, ເປົ້າ ໝາຍ ແລະ ຄວາມປາດຖະໜາກ ຢາກສືບຕໍ່ໄດ້ຮັບການຮ່ວມເດີນທາງຈາກບັນດາຫົວໜ່ວຍອຸປະຖຳ, ຜູ້ໃຈບຸນໃຈກຸສົນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ