ຮັບເອກະສານກຳນົດຮ່ວາງຊາ,ເຈື່ອງຊາແມ່ນຂອງຫວຽດນາມ

ຮັບເອກະສານກຳນົດຮ່ວາງຊາ,ເຈື່ອງຊາແມ່ນຂອງຫວຽດນາມ - ảnh 1
ນັກ​ຄົ້ນ​ຄ້​ວາ​ ໂຮ່​ເຕີນ​ຟານ ແລະ ເອ​ກະ​ສານ​ກຳ​ນົດ
ຮ່​ວາງ​ຊາ, ເຈື່ອງ​ຊາ​ແມ່ນ​ຂ​ອງ​ຫວຽດ​ນາມ

(vovworld)- ຄະ​ນະ​ກຳ​ມະ​ການ​ຊາຍ​ແດ​ນ​ແຫ່ງ​ຊາດ ຫາກໍ່​ຮັບ​ເອ​ກະ​ສານ​​ກຳ​ນົດ ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ແມ່ນ​ຂອງ​ຫວຽດ​ນາມ ໂດຍ​ນັກ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ ໂຮ່​ເຕີ​ນ​ຟານ ຢູ່ ນະ​ຄອນ ເຫ້ວ ມອບ​ໃຫ້. ນີ້​ແມ່ນ​ເອ​ກະ​ສານ​​ຄັດ​ຈາກປື້ມ​ປະ​ຫວັດ​ສາດ​​ຕົ້​ນ​ສະ​ບັບຂອງ​ລາ​ຊະ​ວົງ ຫງວຽນ ໂດຍ ມະ​ຫາ​ວິ​ທະ​ຍາ​ໄລ Kieo ຂອງ ຍີ່​ປຸ່ນ ຮຽບ​ຮຽງ, ພິມ​ຈຳ​ຫນ່າຍ​ເມື່ອ​ປີ 1961. ເລື່ອງ​ຄົ້ນ​ພົບ​ປື້ມ​ປະ​ຫວັດ​ສາດ​ຂອງ​ລາ​ຊະ​ວົງ ຫງວຽນ ທີ່​ໄດ້​ຮັບ​ການ​ພິມ​ຈຳ​ຫນ່າຍ​ຢູ່ ຍີ່​ປຸ່ນ ໄດ້​ຮັບ​ຖື​ວ່າ ແມ່ນ​ແຫລ່ງ​ເອ​ກະ​ສານ​ສຳ​ຄັນ, ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ເອ​ກະ​ສານ​ມີ​ຄຸນ​ຄ່າ​ດ້ານ​ກົດ​ໝາຍ​ສູງ​ສຸດ ເພື່ອ​ກຳ​ນົດ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ສຳ​ລັບ ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈ​ື່ອງ​ຊາ. ນັກ​ຄົ້ນ​ຄ້​ວາ ໂຮ່​ເຕີນ​ຟານ​ໃຫ້​ຮູ້​ວ່າ:

        “ໃນ​ປື້ມ​ປະ​ຫວັດ​ສາດນີ້ ມີ 17 ຕອນ​ໄດ້​ເຕື້ອງ​ເຖິງ ແລະ ກຳ​ນົດ​ອະ​ທິ​ປະ​ໄຕ​ທະ​ເລ, ໝູ່​ເກາະ ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂຶ້ນ​ກັບ​ຫວຽດ​ນາມ. ນັ້ນ​ແມ່ນ​ເອ​ກະ​ສານ​ລວບ​ລວມ​ຫລາຍ​ຮູບ​ການ ຈາກ​ການ​ຂຸດ​ຄົ້ນ​ແຫລ່ງ​ຜົນ​ປະ​ໂຫຍດ​ທາງ​ດ້ານ​ເສດ​ຖະ​ກິດ​ຕະ​ຫລອດ​ຮອດ​ການ​ວັດ​ແທກ, ປັກ​ຫລັກ​ໝາຍ​, ​ການກໍ່​ສ້າງ​ຈາກ​ຄົນ​ລຸ້ນນີ້​ໄປ​ສູ່​ຄົນ​ລຸ້ນ​ອື່ນ. ພື້ນ​ຖານ​ເພື່ອ​ກຳ​ນົດ​ອະ​ທິ​ປະ​ໄຕ​ສວ່ນ​ຫລາຍ​ ​ລ້ວນ​ແຕ່​ເຕື້ອງ​ເຖິງ ໃນ​ປື້ມ​ປະ​ຫວັດ​ດັ່​ງ​ກ່າວ.”   

ຂ່າວ/ບົດ​ອື່ນ