ຮັບເອົາຄຳເຫັນປະກອບໃສ່ຮ່າງດຳລັດແຜນການລົງທຶນໄລຍະກາງແລະປະຈຳປີ

ຮັບເອົາຄຳເຫັນປະກອບໃສ່ຮ່າງດຳລັດແຜນການລົງທຶນໄລຍະກາງແລະປະຈຳປີ  - ảnh 1
ສຳ​ນັກ​ງານ​ກະ​ຊວງ​ແຜນ​ການ​ແລະ​ການ​ລົງ​ທຶນ

 (vovworld) – ​ໃນ​ລະຫວ່າງ​ວັນ​ທີ 7 - 8/4, ກະຊວງ​ແຜນການ ​ແລະ ການ​ລົງທຶນໄດ້ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ຮັບ​ເອົາ​ຄຳ​ເຫັນ​ປະກອບ​ໃສ່​ຮ່າງ​ດຳ​ລັດ​ແຜນການ​ລົງທຶນ​ໄລຍະ​ກາງ ​ແລະ ປະຈຳ​ປີ, ຮ່າງ​ດຳລັດ​ຂອງ​ນາຍົກລັດຖະມົນຕີ​ກ່ຽວກັບຫຼັກການ, ມາດຕະຖານ, ລະດັບຈັດ​ແບ່ງ​​ເງິນລົງທຶນ​ພັດທະນາ​ແຫຼ່ງງົບປະມານ​ແຫ່ງ​ຊາດ​ໃນ​ໄລຍະ 2016 - 2020. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ຮັບ​ຮູ້ຄຳ​ເຫັນ​​ 2 ໝວດ​ທີ່​ແຕກຕ່າງ​ກັນ. ທີໜຶ່ງ​​ບັນດາ​ແຂວງ​​ມີ​ພື້ນຖານເສດຖະກິດ​ພັດ​ທະນາ​, ຮຽກຮ້ອງ​ໃຫ້​ຄິດ​ໄລ່ຕາມ​ທິດ​ມີ​​ປະ​ໂຫຍ​ດ​ໃຫ້ທ້ອງ​ຖິ່ນ. ທີສອງ​, ​ບັນ​ດາ​ແຂວງ​ທີ່​ເສດຖະກິດ​ພັດທະນາ​ຢ່າງຊັກ​ຊ້າ​ ພັດຮຽກຮ້ອງ​ຕາມ​ທິດກົງກັນຂ້າມ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ແຜນການ ​ແລະ ການ​ລົງທຶນ ຫງວຽນ​ຈີຢຸງ ​ຢັ້ງຢືນ​ວ່າ: ກະຊວງ​ຈະ​ຮັບ​ເອົາ​ຄຳ​ເຫັນ​ປະກອບ​​ທັງ​ໝົດຂອງ​ບັນດາ​ທ້ອງ​ຖິ່ນ​ສຳລັບແຕ່​ລະ​ບັນຫາ, ​ແຕ່ລະ​ເນື້ອ​ໃນ​ຂອງຮ່າງ​ດຳລັດ​ດັ່ງກ່າວ. ບັນດາ​ຄຳ​ເຫັນ​ຈະ​ໄດ້​ຮັບຮູ້​ເພື່ອ​ສ້າງສຳ​ເລັດ​ດຳລັດ​ແຜນການ​ລົງທຶນ​ໄລຍະ​ກາງ ​ແລະ ປະຈຳ​ປີ ກໍ່​ຄື​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ຫຼັກການ, ມາດຖານ, ລະດັບ​ແບ່ງ​ເງິນ​ລົງທຶນ​ພັດທະນາ​ແຫຼ່ງງົບປະມານ​ແຫ່ງ​ລັດ ​ໄລຍະ 2016-2020, ​ເພື່ອ​ແນ​ໃສ່​ຮັບປະກັນ​ຈັດ​ແບ່ງ​​ແຫຼ່ງ​ທຶນ​ຢ່າງ​ຖືກຕ້ອງ​ຕາມ​ຄາດໝາຍ, ກໍ່​ຄື​ທິດ​ທາ​ງພັດທະນາ, ນັບ​ທັງ​ດ້ານ​ເສດຖະກິດ ​ແລະ ສັງຄົມ, ຮັບປະກັນ​ຄວາມ​ດຸນ​ດ່ຽງ​ລະຫວ່າງ​ເຂດ, ພາກ.


ຂ່າວ/ບົດ​ອື່ນ