ຮີບເຮັ່ງແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນ້ຳຖ້ວມ

(VOVWORLD) -ຕອນເຊົ້າວັນທີ 13 ຕຸລາ, ໃນກອງປະຊຸມມອບໝາຍວຽກງານຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນຕ້ານໄພທຳມະຊາດ ແລ້ວ, ໄລ່ຮອດຕອນເຊົ້າວັນທີ 13 ຕຸລາ, ຝົນຕົກ, ນ້ຳຖ້ວມ ໄດ້ເຮັດໃຫ້ 54 ຄົນເສຍຊີວິດ, 39 ຄົນຫາຍສາບສູນ, 31 ຄົນຮັບບາດເຈັບ.
ຮີບເຮັ່ງແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນ້ຳຖ້ວມ - ảnh 1 (ຮີບເຮັ່ງແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນ້ຳຖ້ວມ)

ທ້ອງຖິ່ນຖືກຜົນເສຍຫາຍຢ່າງໜັກໜ່ວງທີ່ສຸດແມ່ນແຂວງ ອຽນບ໋າຍ ຄາດວ່າຄວາມເສຍຫາຍຂຶ້ນເຖິງ 120 ຕື້ດົ່ງ. ຕໍ່ໜ້າການຜັນແປຢ່າງສັບສົນຂອງຝົນຕົກ, ນ້ຳຖ້ວມ, ໃນວັນທີ 12 ຕຸລາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາທ່ານຮອງນາຍົກລັດຖະມົນຕີ ໄດ້ນຳໜ້າຄະນະປະຕິບັດງານລົງທ້ອງຖິ່ນຕ່າງໆຊີ້ນຳໂດຍກົງການຮັບມືກັບສະພາບນ້ຳຖ້ວມ, ຮັບປະກັນຮັກສາຄັນຄູ. ລັດຖະບານຮຽກຮ້ອງໃຫ້ອຳນາດການປົກຄອງທຸກຂັ້ນໃນບໍລິເວນ ສືບຕໍ່ຕິດຕາມສະພາບການດິນຟ້າອາກາດຢ່າງໃກ້ຊິດ, ພ້ອມທັງຍົກຍ້າຍປະຊາຊົນອອກຈາກເຂດອັນຕະລາຍຢ່າງເດັດຂາດ, ຮັບປະກັນຄວາມປອດໄພດ້າຍຊັບສົມບັດ ແລະ ຊີວິດຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ