(VOVWORLD) -ພາຍຸຫົວທີ 5 ໄດ້ເຮັດໃຫ້ 3 ຄົນເສຍຊີວິດ, 112 ຄົນຖືກຮັບບາດເຈັບ ຫຼື ຫາຍສາບສູນ; ເຮືອນກວ່າ 22.000 ຫຼັງຖືກເປ່ເພ, ຫຼັງຄາເລີກ.
(ພາບປະກອບ: laodong.vn) |
ບົດລາຍງານໄວຂອງຫ້ອງການຄະນະປະຈຳຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ ໃຫ້ຮູ້ວ່າ, ພາຍຸຫົວທີ 5 ໄດ້ເຮັດໃຫ້ 3 ຄົນເສຍຊີວິດ, 112 ຄົນຖືກຮັບບາດເຈັບ ຫຼື ຫາຍສາບສູນ; ເຮືອນກວ່າ 22.000 ຫຼັງຖືກເປ່ເພ, ຫຼັງຄາເລີກ.ເນື້ອທີ່ນາ, ຜົນລະປູກ, ຕົ້ນໄມ້ກິນໝາກກວ່າ 3.000 ເຮັກຕາຖືກເສຍຫາຍ. ໄລ່ຮອດຕອນເຊົ້າວັນທີ 20 ກັນຍາ, ຂະແໜງຄົມມະນາຄົມຂົນສົ່ງ ສົມທົບກັບບັນດາທ້ອງຖິ່ນໄດ້ແກ້ໄຂສະພາບດິນເຊາະເຈື່ອນຢູ່ບາງເສັ້ນທາງຂອງແຂວງ ເງະອານ, ຮ່າຕິ້ງ, ກວາງບິ່ງ, ກວາງຈີ້, ເທື່ອທຽນເຫ້ວ, ດ່ານັ້ງ ຮັບປະກັນການສັນຈອນເປັນປົກກະຕິພໍສົນຄວນແລ້ວ.
ຫ້ອງການຄະນະປະຈຳຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດສະເໜີວ່າ, ບັນດາທ້ອງຖິ່ນຖືກຜົນສະທ້ອນຈາກພາຍຸຈົ່ງສຸມໃສ່ຜັນຂະຫຍາຍວຽກງານກູ້ຊ່ວຍ, ປິ່ນປົວຄົນເຈັບ, ລະດົມກຳລັງໃຈ, ຢື້ຢາມຖາມຂ່າວບັນດາຄອບຄົວມີຜູ້ເສຍຊີວິດ…. ລະດົມກຳລັງ, ພາຫະນະພ້ອມກັບປະຊາຊົນໃນບໍລິເວນສຸມໃສ່ແກ້ໄຂຜົນເສຍຫາຍເພື່ອຮັບປະກັນຊີວິດການເປັນຢູ່ໃຫ້ເປັນປົກກະຕິໂດຍໂວ.