ຮ່ວມມືພັດທະນາການທ່ອງທ່ຽວຫວຽດນາມແລະຈີນຢູ່ເຂດຊາຍແດນ

ຮ່ວມມືພັດທະນາການທ່ອງທ່ຽວຫວຽດນາມແລະຈີນຢູ່ເຂດຊາຍແດນ - ảnh 1
(ພາບ​ປະ​ກອບ)

(vovworld) -​ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ຜ່ານ​ຊາຍ​ແດນ​ລະ​ຫວ່າງ​ຫວຽດ​ນາມ - ຈີນ, ວັນ​ທີ 25/12, ມີ​​ບໍ​ລິ​ສັດ​ທ່ອ​ງ​ທ່ຽ​ວ​ຢູ່​ນະ​ຄອນຕຸງ​ສິງ , ຈີນ ໄດ້​ມີກ​ານ​ສຳ​ຫຼວດ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽ​ວ​ຢູ່​ນະ​ຄອນ ມ໋ອງ​ກ໋າຍ, ກວາງ​ນິງ, ຫວຽດ​ນາມ. ພາຍ​ຫຼັງ​ໄປ​​ຢ້ຽມ​ຢາມ, ສຳ​ຫຼວດ​ສະ​ຖານ​ທີ່​ທ່ອງ​ທ່ຽວ 12 ແຫ່ງ​ໃນ​ບໍ​ເວນ​ນະ​ຄອນ, ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວຈີນ ໄ​ດ້​ເປັນ​ເອ​ກະ​ພາບ​ຈະ​ນຳ​ບັນ​ດາ​ສະ​ຖານ​ທີ່ນີ້​ເຂົ້າ​ລາຍ​ການ​ທ່ອງ​ທ່ຽວ​ຂອງ​ນັກ​ທ່ອ​ງ​ທ່​ຽວ​ຈີນ ຢູ່​ນະ​ຄອນ. ທ່ານ​ນາງ ຟ້າມ​ທິ​ແອງ, ຫົວ​ໜ້າ​ຫ້ອງ​ການ​ວັດ​ທະ​ນະ​ທ​ຳ, ກິ​ລາ ແລະ ທ່ອງ​ທ່ຽວ​ນະ​ຄອນ ມ໋ອງ​ກ໋າຍ, ກວາງ​ນິງ ໃຫ້​ຮູ້​ວ່າ.

      “ດ້ວຍ​ເລື່ອງ​ສ້າງ​ບັນ​ດ​​າ​ຮູບ​ການ​ເຄື່ອນ​ໄຫວດຳ​ເນີນ​ທຸ​ລະ​ກິດ ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ​ກາ​ນ​ບໍ​ລິ​ການ​ໃຫ້​ນັກ​ທ່ອ​ງ​ທ່ຽວກວ່າ, ກໍ​ຄື​ຮັບ​ປະ​ກັນ​ສິດ​ຂອງ​ນັກ​ທ່ອງ​ທ່ຽວ, ບັນ​ດາ​ວິ​ສາ​ຫ​ະ​ກິດ​ຈະ​ເພີ່ມ​ທະ​ວີ​ຄຸນ​ນະ​ພາບ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ, ສາຍ​ທ່ອງ​ທ່ຽວ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ຄວບ​ຄຸນ​ບັນ​ດາ​ການ​ບໍ​ລິ​ການ ຈາກ​ການ​ກິນ​ດື່ມ, ຊື້​ສິ້ນ​ຄ້າ, ບໍ​ລິ​ການ​ຂົນ​ສົ່ງ…ຕ້ອງ​ບັນ​ລຸ​​ໄດ້ມາດ​ຖານ​ຕາມ​ຂໍ້​ກຳ​ນົດ”.

ຂ່າວ/ບົດ​ອື່ນ