ຮ່ວມມືພັດທະນາສືບຕໍ່ແມ່ນກຳລັງໜູນຂອງການພົວພັນຫວຽດນາມ-ອາເມລິກາ

(VOVWORLD) -ຕອນເຊົ້າວັນທີ 19 ພຶດສະພາ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ໄດ້ສົມທົບກັບຫ້ອງການການຄ້າອາເມລິກາປະຈຳຫວຽດນາມ (AmCham) ແລະ ສະຫະສະມາຄົມການຄ້າອາເມລິກາ ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບອະນາຄົດການພົວພັນດ້ານການຄ້າ ແລະ ການລົງທຶນຫວຽດນາມ - ອາເມລິກາ ທີ່ມີຊື່ວ່າ “ຮູບພາບຫວຽດນາມ  ແລະ ອາເມລິກາ ປີ 2017 ແລະ ໃນຊຸມປີຕໍ່ໆໄປ”. 

ຮ່ວມມືພັດທະນາສືບຕໍ່ແມ່ນກຳລັງໜູນຂອງການພົວພັນຫວຽດນາມ-ອາເມລິກາ - ảnh 1 ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ເຂົ້າຮ່ວມກອງປະຊຸມສຳມະນາ

(ພາບ: TTXVN)

ທີ່ກອງປະຊຸມສຳມະນາ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຖືວ່າ, ເລື່ອງທ່ານປະທານາທິບໍດີອາເມລິກາ Donald Trump ຮັບຄຳເຊີນມາເຂົ້າຮ່ວມກອງປະຊຸມສຸດຍອດ APEC 2017 ນັ້ນ ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງອາເມລິກາ ໃນການຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມ. ການຮ່ວມມືພັດທະນາສືບຕໍ່ແມ່ນກຳລັງໜູນຂອງການພົວພັນ 2 ຝ່າຍ, ເພື່ອໃຫ້ 2 ຝ່າຍຊຸກຍູ້ການພັດທະນາດ້ານການຄ້າ ແລະ ການລົງທຶນ. ທ່ານປະທານປະເທດ ເຈີນດ້າຍກວາງ ເນັ້ນໜັກວ່າ:

        “ກ່ຽວກັບຂົງເຂດລົງທຶນ, ພວກຂ້າພະເຈົ້າສົ່ງເສີມບັນດາວິສາຫະກິດອາເມລິກາ ລົງທຶນເຂົ້າຫວຽດນາມ ໃນບັນດາຂົງເຂດເຊິ່ງອາເມລິກາ ມີທ່າແຮງ, ຫວຽດນາມ ມີຄວາມຕ້ອງການ ແລະ ສາມາດສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດອາເມລິກາ ຮ່ວມມືກັບບັນດາວິສາຫະກິດຫວຽດນາມ ເພື່ອພ້ອມກັນພັດທະນາຄື: ພະລັງງານ - ນ້ຳມັນອາຍແກັດ, ພື້ນຖານໂຄງລ່າງ, ການເງິນ - ທະນາຄານ… ກ່ຽວກັບຂົງເຂດການຄ້າ, ການຮ່ວມມືລະຫວ່າງ 2 ຝ່າຍມີຍັງຫຼາຍທີ່ສຸດ, ພວກຂ້າພະເຈົ້າປາດຖະໜາຢາກສົ່ງອອກບັນດາຜະລິດຕະພັນກະເສດ, ເຄື່ອງເຟີນີເຈີ, ເຄື່ອງຕ່ຳແຜ່ນຕັດຫຍິບ… ເຂົ້າອາເມລິກາ ໃຫ້ຫຼາຍກວ່າອີກ ແລະ ນຳເຂົ້າບັນດາຜະລິດຕະພັນເຕັກໂນໂລຊີສູງເພື່ອຮັບໃຊ້ຄວາມຕ້ອງການດ້ານເສດຖະກິດຂອງຫວຽດນາມ”.

        ທ່ານປະທານປະເທດເຈີນດ້າຍກວາງ ຢືນຢັນວ່າ, ອຳນາດການປົກຄອງທຸກຂັ້ນຈາກຂັ້ນສູນກາງ ລົງຮອດຂັ້ນທ້ອງຖິ່ນ ຈະສ້າງທຸກເງື່ອນໄຂສະດວກ ແລະ ຮັບປະກັນບັນດາຄຳໝັ້ນສັນຍາເພືຶ່ອໃຫ້ບັນດານັກລົງທຶນຕ່າງປະເທດເວົ້າລວມ, ບັນດານັກລົງທຶນອາເມລິກາ ເວົ້າສະເພາະ ມາລົງທຶນ, ດຳເນີນທຸລະກິດບັນລຸຜົນສຳເລັດ, ໝັ້ນຄົງ, ຍາວນານຢູ່ຫວຽດນາມ.

        ສ່ວນທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Ted Osius ຖືວ່າ, ກອງປະຊຸມສຳມະນາແມ່ນກາລະໂອກາດເພື່ອໃຫ້ປະຊາຄົມວິສາຫະກິດ 2 ປະເທດເຈລະຈາໂດຍກົງ, ແບ່ງປັນບົດຮຽນໃນການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດ. ບັນດາວິສາຫະກິດຫວຽດນາມ ຮັບຮູ້ໄດ້ບັນດາຄຳໝັ້ນສັນຍາປະຕິຮູບຈາກຝ່າຍຫວຽດນາມ ແລະ ເຊື່ອໝັ້ນວ່າບັນດາຄວາມມານະພະຍາຍາມນີ້ຈະສືບຕໍ່ໄດ້ຮັບການຜັນຂະຫຍາຍ.

ຕອບກັບ

ຂ່າວ/ບົດ​ອື່ນ