(vovworld) - ຕອນເຊົ້າວັນທີ 17/10, ຢູ່ນະຄອນເກິນເທີ, ຄະນະເສດຖະກິດສູນກາງ, ຄະນະຊິ້ນຳເຂດຕາເວັນຕົກພາກໃຕ້, ກະຊວງແຜນການ ແລະ ການລົງທຶນ ສົມທົບກັນຈັດຕັ້ງກອງປະຊຸມສຳມະນາ “ຮ່ວມສຳພັນເຂດທົ່ງພຽງແມ່ນ້ຳຂອງໃນການສ້າງໂຄງປະກອບເສດຖະກິດຄືນໃໝ່, ຫັນປ່ຽນຮູບແບບເຕີບໂຕ ”. ທ່ານຫົວໜ້າຄະນະເສດຖະກິດສູນກາງ ເວືອງດິ່ງເຮ້ວ, ການນຳບັນດາກະຊວງ, ຂະແໜງການ, ສະຖາບັນ ແລະ ບັນດາທ້ອງຖິ່ນໃນເຂດທົ່ງພຽງແມ່ນ້ຳຂອງເຂົ້າຮ່ວມກອງປະຊຸມສຳມະນາ.
ທີ່ກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ດັ້ງຮຸຍດົງ ໄດ້ປະກາດຮ່າງກົດລະບຽບຮ່ວມສຳພັນເຂດທົ່ງພຽງແມ່ນ້ຳຂອງທົດລອງ. ຈຸດໝາຍຂອງກົດລະບຽບນີ້ ເພື່ອແນໃສ່ຂຸດຄົ້ນ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະທ້ອງຖິ່ນໃຫ້ດີກ່ວາອີກ; ພ້ອມທັງສ້າງເຂດທົ່ງພຽງແມ່ນ້ຳຂອງໃຫ້ກາຍເປັນເຂດຈຸດສຸມໃນການຜະລິດກະສິກຳ; ຫັນເປັນທັນສະໄໝຕິດພັນກັບການຜະລິດສິນຄ້າແບບລວມສູນ, ມີຂອບຂະໜາດໃຫຍ່, ອຸດສາຫະກຳ ແລະ ບໍລິການພັດທະນາຢ່າງວ່ອງໄວ, ໝັ້ນຄົງ. ຈາກນັ້ນປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການເຕີບໂຕທາງດ້ານເສດຖະກິດລວມ ຂອງປະເທດ.
ຢູ່ທີ່ນີ້ມີການຮ່ວມສຳພັນກ່ຽວກັບພື້ນຖານໂຄງລ່າງ, ຊົນລະປະທານ, ຄົມມະນາຄົມ ແລະ ມີບັນດາໂຄງການຮ່ວມສຳພັນເຂດທົ່ງພຽງແມ່ນ້ຳຂອງບົນພື້ນຖານຕະຫຼາດ, ນັ້ນແມ່ນຮ່ວມສຳພັນບັນດາຜະລິດຕະພັນ. ຂ້າພະເຈົ້າເຊື່ອໝັ້ນວ່າ: ດ້ວຍກົນໄກຮ່ວມສຳພັນຕາມຮູບແບບນີ້ຈຶ່ງສາມາດແກ້ໄຂສິ່ງທີ່ຍັງຄົງຄ້າງຄາໃນບັນດາຜະລິດຕະພັນຂອງເຂດທົ່ງພຽງແມ່ນ້ຳຂອງຄື: ເຂົ້າ, ໝາກໄມ້ ແລະ ສິນໃນນ້ຳ.