ຮ່ວມແຮງຮ່ວມໃຈສ້າງສັງຄົມຮ່ຳຮຽນ,ສົ່ງເສີມຜູ້ມີຄວາມເກັ່ງກ້າ,ມີຄຸນສົມບັດ

ຮ່ວມແຮງຮ່ວມໃຈສ້າງສັງຄົມຮ່ຳຮຽນ,ສົ່ງເສີມຜູ້ມີຄວາມເກັ່ງກ້າ,ມີຄຸນສົມບັດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກມອບ​ຫລຽນ​ໄຊ​ແຮງ​ງານ​ຊັ້ນ​ຫນຶ່ງ​ໃຫ້
ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຮ່ຳ​ຮຽນ
ພາບ:TTXVN

(vovworld)-​ຕອນ​ຄ່ຳ​ວັນ​ທີ 21/9 ຢູ່ ຮ່າ​ໂນ້ຍ,ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫລີມ​ສະ​ຫລອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຮ່ຳ​ຮຽນ ຫວຽດ​ນາມ ໂດຍ​ສູນ​ກາງ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຮ່ຳ​ຮຽນ​ຫວຽດ​ນາມ ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕີ​ລາ​ຄາ​ສ​ູງ​ເລື່ອງ ປະ​ຈຳ​ປີ​ ກອງ​ທຶນ​ສົ່ງ​ເສີມ​ການ​ຮ່ຳ​ຮຽນ ໄດ້​ມອບ​ທຶນ​ການ​ສຶກ​ສາ​ໃຫ້​ນັກ​ຮຽນ​ທຸກ​ຍາກ​ນັບ​ລ້ານໆ​ຄົນ​, ລູກ​ຫລານ​ຄອບ​ຄົວ​ທະ​ຫານ​ເສຍ​ອົງ​ຄ​ະ, ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ, ນັກ​ຮຽນ​ຢູ່​ເຂດ​ຫ່າງ​ໄກ​ສອກ​ຫລີກ, ຍ້ອງ​ຍໍ​ນັກ​ຮຽນ, ນັກ​ສຶກ​ສາ​ຮຽ​ນ​ເກັ່ງ​ນັບ​ໝື່ນ​ໆ​ຄົນ, ຫນູນ​ຊ່ວຍ​​ຄູອາ​ຈານ​ສອນ​ດີສອນ​ເກັ່ງ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນວຽກ​ງານ​ການ​ສ​ຶກ​ສາ​ໃນທົ່ວ​ສັງ​ຄົມ ແລະ ຄວາມ​ຍຸ​ຕິ​ທຳ​ທາງ​ສັງ​ຄົມ​ກ່ຽວ​ກັບ​ການ​ຮ່ຳ​ຮຽນ.  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໃຫ້​ຮູ້​ວ່າ:

        “ໄລ​ຍະ​ຈະ​ມາ​ເຖິງ, ຄະ​ນະ​ພັກ ແລະ ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ, ບັນ​ດາ​ອົງ​ການ​​ຈັດ​ຕັ້ງການ​ເມືອງ​ສັງ​ຄົມ ຄວນ​ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ, ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຮ່ຳ​ຮຽນ​ຫວຽດ​ນາມ​ປະ​ຕິ​ບັດ​ວຽກ​ງານ​ໂຄ​ສະ​ນາ​ໃຫ້​ເລິກ​ເຊິ່ງ ກວ້າງ​ຂວາງກວ່າ​ອີກ, ປະ​ຕິ​ບັດ​ທັດ​ສະ​ນະ, ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ຂອງ​ພັກ, ລັດ​ກ່ຽວ​ກັບ​ການ​ປ່ຽນ​ໃຫມ່​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ໂດຍ​ພື້ນ​ຖານ ແລະ ຮອບ​ດ້ານ, ຍູ້​ແຮງ​ຂະ​ບວນ​ການ​ຮ່ຳ​ຮຽນ​ຕະ​ຫລອດ​ຊີ​ວິດ​ໃນ​ຄອບ​ຄົວ, ວົງ​ຕະ​ກູນ, ປະ​ຊາ​ຄົມ​ເຂດ​ຊຸມ​ຊົນ.”

ຕອບກັບ

ຂ່າວ/ບົດ​ອື່ນ