ຮ່ວາງດຶກ, ກິມແທງ ໄດ້ຮັບນາມມະຍົດໝາກບານຄຳ ຫວຽດນາມ 2023
(VOVWORLD) - ຫງວຽນຮ່ວາງດຶກ, ກອງກາງຂອງສະໂມສອນ ເຖກົງ - Viettel, ໄດ້ຮັບນາມມະຍົດໝາກບານຄຳເພດຊາຍ
(ພິທີມອບລາງວັນໝາກບານຄຳ 2023) |
ຕອນຄ່ຳວັນທີ 19 ກຸມພາ, ຢູ່ນະຄອນ ໂຮ່ຈີມິນ, ໄດ້ຈັດພິທີມອບລາງວັນໝາກບານຄຳ 2023. ຕາມນັ້ນແລ້ວ, ຫງວຽນຮ່ວາງດຶກ, ກອງກາງຂອງສະໂມສອນ ເຖກົງ - Viettel, ໄດ້ຮັບນາມມະຍົດໝາກບານຄຳເພດຊາຍ; ຜູ້ໄດ້ຮັບນາມມະຍົດໝາກບານເງິນແມ່ນ ຟ້າມຕວນຫາຍ, ກອງໜ້າມະໂມສອນ ຮ່າໂນ້ຍ. ຜູ້ໄດ້ຮັບໝາກບານທອງແມ່ນຜູ້ຮັກສາປະຕູ ດັ້ງວັນເລິມ (ບິ່ງດິ້ງ). ນີ້ແມ່ນເທື່ອທີ 2 ທີ່ ຮ່ວາງດຶກ ໄດ້ຮັບນາມມະຍົດດັ່ງກ່າວ.
“ຂ້າພະເຈົ້າມີຄວາມປະຕິຊົມຊື່ນ ແລະ ເອກອ້າງທະນົງໃຈເມື່ອໄດ້ຮັບລາງວັນນີ້. ຂ້າພະເຈົ້າຄິດວ່າ, ລາງວັນນີ້ເຖິງແມ່ນຂ້າພະເຈົ້າ ຫຼື ຕວັນຫາຍ ໄດ້ຮັບກໍ່ລ້ວນແຕ່ເໝາະສົມ. ລາງວັນນີ້ຈະຊ່ວຍຊຸກຍູ້ຂ້າພະເຈົ້າເອງ, ຕວັນຫາຍ ກໍຄືບັນດານັກກິລາບານເຕະອື່ນຂອງ ຫວຽດນາມ ມານະພະຍາຍາມຫຼາຍກວ່າເພື່ອສ້າງຕົນຕົວໃຫ້ສຳເລັດ, ມີການອຸທິດສ່ວນຫຼາຍກວ່າໃຫ້ແກ່ປະເພດກິລາບານເຕະຂອງ ຫວຽດນາມ”.
ໃນລາງວັນປະເພດໝາກບານຄຳເພດຍິງ, ຜູ້ຮັກສາປະຕູ ເຈິ່ນທິກິມແທັງ ໄດ້ຮັບໄຊຊະນະ. ໃນຂະນະນັ້ນ, ກອງໜ້າ ຮວິ່ງຍື ກໍ່ໄດ້ຮັບລາງວັນໝາກບານເງິນ, ແລະ ກອງກາງ ບິກຖຸຍ ໄດ້ຮັບລາງວັນໝາກບານທອງ.