ຮອງນກາຍົກລັດຖະມົນຕີ ເວືອງດິ່ງເຮ້ວ: ຕີລາຄາການດຶງດູດການລົງທຶນຕ່າງປະເທດ ຕ້ອງຕິດແທດກັບຕົວຈິງ

(VOVWORLD) -ເລື່ອງຕີລາຄາ ການດຶງດູດການລົງທຶນຈາກຕ່າງປະເທດ ຕ້ອງຕິດແທດກັບຕົວຈິງ, ຕ້ອງມີການສັງເຂບ ແລະ ເປັນລະບົບ

ຕອນບ່າຍວັນທີ 14 ມັງກອນ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຮ້ວ ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ປະກອບຄຳເຫັນໃນການກໍ່ສ້າງແຜນຮ່າງ “ກຳນົດທິດສ້າງລະບອບລະບຽບການ, ນະໂຍບາຍ, ຍົກສູງຄຸນນະພາບ, ປະສິດທິຜົນດຶງດູດ ແລະ ນຳໃຊ້ການລົງທຶນຈາກຕ່າງປະເທດ ຮອດປີ 2030 ໃຫ້ສົມບູນແບບ”, ແລ້ວລາຍງານກົມການເມືອງພິຈາລະນາ, ຮັບຮອງ. ທີ່ກອງປະຊຸມ, ທ່ານ ຮອງນຍົກລັດຖະມົນຕີ ເວືອງດິ່ງເຮ້ວ ຊີ້ແຈ້ງ ເລື່ອງຕີລາຄາ ການດຶງດູດການລົງທຶນຈາກຕ່າງປະເທດ ຕ້ອງຕິດແທດກັບຕົວຈິງ, ຕ້ອງມີການສັງເຂບ ແລະ ເປັນລະບົບ, ຮັບຮູ້ໄດ້ທັງໝົດບັນດາບັນຫາທີ່ກ່ຽວຂ້ອງ ເພື່ອແກ້ໄຂຂໍ້ຕິດຂັດ, ຂໍ້ຄົງຄ້າງທີ່ກຳລັງມີຢູ່, ບັນດາຂໍ້ຕິດຂັດກ່ຽວກັບກົດໝາຍ, ກຳນົດແຈ້ງເປົ້າໝາຍສັງລວມ, ເປົ້າໝາຍລະອຽດ, ຕອບສະໜອງໄດ້ ຕໍ່ກັບສະພາບການໃໝ່ພາຍໃນປະເທດ ແລະ ໃນໂລກ.

ຮອງນກາຍົກລັດຖະມົນຕີ ເວືອງດິ່ງເຮ້ວ: ຕີລາຄາການດຶງດູດການລົງທຶນຕ່າງປະເທດ ຕ້ອງຕິດແທດກັບຕົວຈິງ - ảnh 1 ທ່ານ ຮອງນຍົກລັດຖະມົນຕີ ເວືອງດິ່ງເຮ້ວ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: Danh Lam/TTXVN)

ທ່ານ ຮອງນຍົກລັດຖະມົນຕີ ເວືອງດິ່ງເຮ້ວ ກໍ່ຢັ້ງຢືນວ່າ: ແຜນຮ່າງຍັງຂາດວິທີການແກ້ໄຂລະອຽດເພື່ອເຊື່ອມຕໍ່, ຖ່າຍທອດເຕັກໂນໂລຊີ ລະຫວ່າງ ວິສາຫະກິດ (FDI) ກັບບັນດາວິສາຫະກິດພາຍໃນປະເທດ… ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສ້າງຕັ້ງໜ່ວຍງານສ້າງແຜນຮ່າງ, ຈັດຕັ້ງລາຍການເຮັດວຽກກັບນະຄອນ ໂຮ່ຈີມິນ, ນະຄອນຮ່າໂນ້ຍ ແລະ ແຂວງ ບິ່ງເຢືອງ ເຊິ່ງເປັນທ້ອງຖິ່ນທີ່ນຳໜ້າໃນການດຶງດູດ FDI ເພື່ອເກັບກຳເອົາບັນດາຄຳເຫັນ, ຄຳສະເໜີຂອງທ້ອງຖິ່ນ ໃນການສ້າງ ລະບອບລະບຽບການ, ນະໂຍບາຍ, ຍົກສູງປະສິດທິຜົນໃນການດຶງດູດ FDI. ທ່າຮອງນາຍົກລັດຖະມົນຕີ ຮຽກຮ້ອງກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານການຕີລາຄາ, ການວິເຄາະຢ່າງລະອຽດກວ່າເກົ່າກ່ຽວກັບອຸດສາຫະກຳສຳຮອງ, ການສົ່ງອອກ ແລະ ບັນດາຂົງເຂດຈຸດສຸມຂອງພື້ນຖານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ