ຮອງນາຍົກລັກຖະມົນຕີຫງວຽນຊວນຟຸກພົບປະກັບຜູ້ມີສິດເລືອກຕັ້ງແຂວງກວາງນາມ

ຮອງນາຍົກລັກຖະມົນຕີຫງວຽນຊວນຟຸກພົບປະກັບຜູ້ມີສິດເລືອກຕັ້ງແຂວງກວາງນາມ - ảnh 1
(ທ່ານຮອງນາຍົກລັກຖະມົນຕີ ຫງວຽນຊວນຟຸກ
ພົບປະກັບຜູ້ມີສິດເລືອກຕັ້ງແຂວງ ກວາງນາມ)


(vovworld) – ຕອນ​ເຊົ້າ​ວັນ​ທີ 05/12, ທ່ານ ຫງວຽນຊວນ​ຟຸກ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ ​ພ້ອມ​ກັບຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ​ກວາງ​ນາມ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ຮຽບດຶກ, ​ແຂວງ​ກວາງ​ນາມ. ຢູ່​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຮັບ​ຮູ້​ບັນດາ​ຂໍ​້ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ບັນດາ​ລະບອບ​ນະ​ໂຍບາຍ​ສຳລັບ​ຊາວ​ໜຸ່ມ​ຕະລຸມບອນ, ຄົມມະນາຄົມ​ຊົນນະບົດ, ສະພາບ​ຂັດ​ແຍ້​ງທີ່​ດິນ… ທ່ານ​ຮອງ​ນາຍົກລັດຖະມົນຕີຢືນຢັນ​ວ່າ, ຍາມ​ໃດ​ພັກ, ລັດ ​ແລະ ສະພາ​ແຫ່ງ​ຊາດ ກໍ່​ເອົາ​ໃຈ​ໃສ່​ພິ​ເສດ​ເຖິງ​ປະຊາ​ຊົນ​​ເຂດ​ພູດ​ອຍ, ຄອບຄົວ​ນະ​ໂຍບາຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້ຮຽກຮ້ອງວ່າ, ​ໃນ​ສິດ​ຕັດສິນ​ຂອງ​ຕົນ, ອຳນາດ​ການ​ປົກຄອງ​ທ້​ອງ​ຖີ່ນຕ​້ອງ​ແກ້​ໄຂ​ບັນດາຂໍ້​ຂອງ​ໃຈ, ຂໍ້​ສະ​ເໜີ​​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ.

        “ຂ້າພະ​ເຈົ້າ​ສະ​ເໜີ​ກວດກາ​ຄືນ​ລະບອບ​ນະ​ໂຍບາຍ, ບັນດາ​ບັນຫາ​ເຊິ່ງປະຊາຊົນ​ຍົກ​ອອກ​ມາ. ​ໃນ​ໄລຍະ​ຜ່ານ​ມາ, ກົມ​ການ​ເມືອງ, ລັດຖະບານ​ໄດ້​ຈັດ​ກອງ​ປະຊຸມ​ເຫັນ​ດີ​​ເປັນ​ເອກະ​ພາບ​ຕໍ່ບັນດາ​ນະ​ໂຍບາຍສຳລັບປະຊາຊົນ​​ແນວໜ້າ. ປະຈຸ​ບັນ, ພໍ່​ແມ່​ປະຊາຊົນ​ສະ​ເໜີ​ນະ​ໂຍບາຍ​ສຳລັບ​ຜູ້ເຂົ້າ​ຮ່ວມວຽກ​ງານ​ການ​ເມືອງ ຫຼື ມີລະບອບ​ສຳລັບຜູ້​ມີ​ອາຍຸ​ສູງ. ​ທ້ອງ​ຖິ່ນ​ຕ້ອງ​ເຮັດ​ແນວ​ໃດ​​ເພື່ອແກ້​ໄຂ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ.”

ຂ່າວ/ບົດ​ອື່ນ