(vovworld) - ຕອນບ່າຍວັນທີ 5/11, ຢູ່ສຳນັກງານລັດຖະບານຫວຽດນາມ, ທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ໄດ້ໃຫ້ການຕ້ອນຮັບທ່ານຮອງລັດຖະມົນຕີການຕ່າງປະເທດເບລາຣຸດ Sergey Aleinik ທີ່ມາຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມຄັ້ງທີ 9 ຄະນະກຳມາທິການລະຫວ່າງລັດຖະບານຫວຽດນາມ - ເບລາຣຸດ ໃນຂົງເຂດເສດຖະກິດ, ການຄ້າ, ວິທະຍາສາດ ເຕັກນິກ ຢູ່ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ໄດ້ຖືວ່າ ເພື່ອຍູ້ແຮງການຮ່ວມມືສອງຝ່າຍ, ສອງປະເທດຄວນເພີ່ມທະວີການສົມທົບກັນຊຸກຍູ້ບົດບາດ, ການເຄື່ອນໄຫວຂອງຄະນະກຳມາທິການລະຫວ່າງລັດຖະບານ, ບັນດາກຸ່ມຮ່ວມມືສະເພາະຂະແໜງ ເພື່ອສ້າງບັນດາບໍລິສັດຮ່ວມທຸລະກິດ, ຍູ້ແຮງການເຈລະຈາສັນຍາການຄ້າເສລີລະຫວ່າງສອງປະເທດ, ຂໍ້ຕົກລົງລະຫວ່າງຫວຽດນາມ ກັບ ພັນທະພາບພາສີເບລາຣຸດ - ລັດເຊຍ - ກາຊັກສຖານ ເປັນພື້ນຖານເພື່ອເພີ່ມທະວີການແລກປ່ຽນດ້ານການຄ້າລະຫວ່າງຝ່າຍຕ່າງໆໃນຊຸມປີຈະມາເຖິງຢ່າງວ່ອງໄວ. ທ່ານຮອງລັດຖະມົນຕີ Sergey Aleinik ຢືນຢັນວ່າ ຍາມໃດເບລາຣຸດ ກໍຖືຫວຽດນາມ ແມ່ນຄູ່ຮ່ວມມືທີ່ສຳຄັນໃນພາກພື້ນອາຊີ ແລະ ສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນ, ກາລະໂອກາດຫຼາຍຢ່າງ ເພື່ອເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ ແລະ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນພັດທະນາການພົວພັນຮ່ວມມື 2 ຝ່າຍ, ໃນນັ້ນມີເສດຖະກິດ, ການຄ້າ, ຍູ້ແຮງການທ່ອງທ່ຽວ ແລະ ການສຶກສາ.