ຮອງນາຍົກລັດຖະມົນຕີ Hoang Trung Hai ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກວາງບິ່ງ

ຮອງນາຍົກລັດຖະມົນຕີ Hoang Trung Hai ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກວາງບິ່ງ - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີ Hoang Trung Hai
ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​​ແຫຼ່ງແຂວງ​ກວາງ​ບິ່ງ
(ພາບ: chinhphu.vn)

(vovworld) -     ວັນ​ທີ 9/9, ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ພ້ອມ​ກັບ​ຄະນະ​ປະຕິບັດ​ງາ​ນ​ໄດ້ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ກວາງ​ບິ່ງ. ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​​ແຫຼ່ງຂອງ​ແຂວງ, ທ່ານຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ໄດ້​​ໃຫ້​ຄຳ​ຕັກ​ເຕື່ອນກ່ຽວ​ກັບ​ບັນຫາ​ຫັນ​​ປ່ຽນໂຄງ​ປະກອບ​ເສດຖະກິດ, ​ທາງແຂວງຄວນ​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຢູ່​ແຕ່ລະ​ທ້ອງ​ຖິ່ນ. ທ່ານຮອງ​ນາຍົກລັດຖະມົນຕີ ກໍ​ສະ​ເໜີ​​ໃຫ້​ກວາງ​ບິ່ງ ຄວນ​ສືບ​ຕໍ່​ຍູ້​ແຮງ​ເລື່ອງ​ສ້າງ​ເງື່ອນ​ໄຂ​ສະດວກ, ໜູນ​ຊ່ວຍ ​ແລະ ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ, ນັກ​ຜະລິດ, ​ເພີ່ມທະວີ​ການ​ຄຸ້ມ​ຄອງ​ຕະຫຼາດ ​ໂດຍ​ສະ​ເພາະ​ແມ່ນ​ຄຸ້ມ​ຄອງ​​ລາຄາ, ຫີຼິກລ້ຽງ ​ແລະ ບໍ່ປະ​ໃຫ້​​ເກີດການ​ເພີ່ມ​ລາຄາ ​ແລະ ຂາດ​ແຄນສິນຄ້າ, ມີ​ມາດ​ຕະການ​ຢ່າງ​ເໝາະ​ສົມ​ໃນ​ການ​ກະ​ກຽມສິນ​ຄ້າ​ເພື່ອ​ຮັບປະກັນ​ການ​ຊື້ ຂາຍ ​ໃນ​ໂອກາດ​ທ້າຍ​ປີ. ທີ່​ການ​ເຮັດ​ວຽກ, ທ່ານຮອງ​ນາຍົກລັດຖະມົນຕີ ສະ​ເໜີກະຊວງ​ຄົມມະນາຄົມ - ຂົນ​ສົ່ງ ຈົ່ງຄົ້ນ​ຄວ້າ​ເພື່ອ​ພິຈາລະນາ​ການ​ລົງທຶນ, ຍົກ​ລະດັບບາງ​ເສັ້ນທາງ​ເຊື່ອມ​ຕໍ່​ລະຫວ່າງ​ທາງ​ຫຼວງ 1A ​ແລ​ະ ​ເສັ້ນທາງ​​ໂຮ່ຈິ​ມິນ ​ໃນ​ບໍລິ​ເວັນ​ແຂວງ​ກວາງ​ບິ່ງ ປະກອບ​ສ່ວນ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ, ​ໂດຍ​ສະ​ເພາະ​ໃນ​ຍາມ​ນ້ຳຖ້ວມ.

ຂ່າວ/ບົດ​ອື່ນ