ຮອງນາຍົກລັດຖະມົນຕີ Hoang Trung Hai ເຮັດວຽກຢູ່ແຂວງຮ່ານາມ

ຮອງນາຍົກລັດຖະມົນຕີ Hoang Trung Hai ເຮັດວຽກຢູ່ແຂວງຮ່ານາມ - ảnh 1
ພິທີ​ລົງມື​ກໍ່ສ້າງ​ກິດຈະກຳ​ໂຮງງານ​ຜະລິດ​ນ້ຳ​ດື່ມ
(ພາບ: chinhphu.vn)


(vovworld) -     ວັນ​ທີ 16/9, ຢູ່​ກຸ່ມ​ອຸດສາຫະກຳ ກ້ຽນ​ເຄ 1, ​ເທດສະບານ ກ້ຽນ​ເຄ, ​​ເມື​ອງ ​ແທງ​ລຽມ, ​ແຂວງ ຮ່າ​ນາມ, ຄະນະ​ກຳ​ມະ​ການ​ປະຊາຊົນ​​ແຂວງ​ຮ່າ​ນາມ ​ໄດ້​ສົມທົບ​ກັບ​ກຸ່ມ​ບໍລິສັດ Tan Hiep Phat ຈັດ​ຕັ້ງ​ພິທີ​ລົງມື​ກໍ່ສ້າງ​ກິດຈະກຳ​ໂຮງງານ​ຜະລິດ​ນ້ຳ​ດື່ມ Number One ຮ່າ​ນາມ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ໄດ້​ຕີ​ລາຄາ​ສູງ​ຄວາ​ມມານະ​ພະຍາຍາມ​ຂອງ​ການ​ນຳ​ແຂວງ​ຮ່າ​ນາມ ກໍ​ຄື​ປະຊາຊົນ​ໃນ​ບໍລິ​ເວນ​ໂຄງການ​ໄດ້​ສ້າງ​ເງື່ອນ​ໄຂຄວາມ​ສະ​ດວກ​ເພື່ອ​ໃຫ້​ໂຄງການ​ໄດ້​ຮັບ​ການ​ປະຕິບັດສຳ​ເລັດ​ໂດຍ​ໄວ. ທ່ານຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ໄດ້​ຢືນຢັນ​ວ່າ: ​ໃນ 5 ປີ​ຜ່ານ​ມາ, ດ້ວຍ​ຄວາມ​ມານະ​ພະຍາຍາມ ​ແລະ ​ເສີ​ມຂະຫຍາຍ​ທ່າ​ແຮງ​ກ່ຽວ​ກັບທີ່​ຕັ້ງຂອງ​ທ້ອງ​ຖິ່ນ, ​ແຂວງ​ຮ່າ​ນາມ ​​ໄດ້​ດຶງ​ດູດ​ບັນດາ​ນັກ​ລົງທຶນ​ໃຫຍ່, ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ ທີ່​ນີ້​ແມ່ນ​ສະຖານ​ທີທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ສຳ​ລັບ​ບັນດາ​ນັກ​ລົງທຶນ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້​ແຂວງ​ຮ່າ​ນາມ ຄວນ​ເອົາໃຈ​ໃສ່, ຊ່ວຍ​ເຫຼືອ​ວິ​ສາ​ຫະກິດ​ໃນ​ການ​ກໍ່ສ້າງ​ໂຮງງານ, ຜູ້​ຮັບ​ເໝົາ​ປະມູນ​ຄວນ​ສຸມແຫຼ່ງກຳລັງກໍ່ສ້າງ​ເພີ່​ອ​​ຮັບປະກັນຄຸນ​ນະພາ​ບ​ກິດຈະກຳ ການ​ກຳນົດ​ເວລາ. ທ່ານ​ຮອງ​ນາ​ຍົກລັດຖະມົນຕີ​ກໍ​ສະ​ເໜີ​ວ່າ ວິ​ສາ​ຫະກິດ​ເມື່ອ​ເລີ່​ມຕົ້ນ​ການ​ເຄື່ອນ​ໄຫວຈະ​ປະຕິບັດ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ເປັນ​ຢ່າງ​ດີ, ຜະລິດ​ຕະພັນ​ທີ່​ຜະລິດ​ອອກ​ຕ້ອງຮັບ​ປະກັນ​ຄຸນ​ນະພາ​ບ, ຮັບປະກັນ​ອະນາ​ໄມ​ດ້ານ​ສະບຽງ​ອາຫານ.

ເນື່ອງ​ໃນ​ໂອກາດ​ນີ້, ບໍລິສັດ Tan Hiep Phat ​ໄດ້​ມອບ​ງົວ​ພັນທີ່​ມີມູນ​ຄ່າ 300 ລ້ານ​ດົງໃຫ້​​ແກ່ຜູ້​ທຸກ​ຍາກ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ແຂວງ​ຮ່າ​ນາມ.

ຂ່າວ/ບົດ​ອື່ນ