ຮອງນາຍົກລັດຖະມົນຕີ Nguyen Thien Nhan ເຈລະຈາກັບຮອງນາຍົກ ລັດຖະມົນຕີບຸນກາລີ

ຮອງນາຍົກລັດຖະມົນຕີ Nguyen Thien Nhan ເຈລະຈາກັບຮອງນາຍົກ ລັດຖະມົນຕີບຸນກາລີ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan
ເຈລະຈາ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ Simeon Diankov
(ພາບ: baotintuc.vn )

(vovworld) -     ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ ບຸນ​ກາລີ ຢ່າງ​ເປັນ​ທາງ​ການ, ວັນ​ທີ 3/9, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ການ​ເງິນ​ບຸນ​ກາລີ Simeon Diankov. ທີ່​ການ​ເຈລະຈາ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ຖື​ວ່າ ​ເລື່ອງ​ສອງ​ຝ່າຍ​ຫາ​ກໍ​ຈັດ​ຕັ້ງ​ສະ​ໄໝປະຊຸມ​ຄັ້ງ​ທີ 22 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ບຸນ​ກາລີ (6/2012) ສຳ​ເລັດ​ຜົນ​ນັ້ນ​ແມ່ນ​ພື້ນຖານ​ທີ່​ສະດວກ​ເພື່ອ​ໃຫ້​ສອງ​ຝ່າຍ​ສື​ບຕໍ່​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດຢ່າງຮອບດ້ານ​. ຈາກ​ນັ້ນ, ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ສອງ​ປະ​ເທດຄວນ​ຕັ້ງໜ້າສົມທົບ​ກັນຜັນ​ຂະຫຍາຍ​​ໝາກຜົນກອງ​ປະຊຸມ​ເພື່ອ​ມີ​ບັນດາ​ລາຍການ, ​ໂຄງການ​ຮ່ວມ​ມື​ຢ່າງ​ລະ​ອຽດ, ​ແທດ​ຈິງ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ການ​ເງິນ​ບຸນ​ກາລີ Simeon Diankov ກໍ​ຢືນຢັນ​ວ່າ ດ້ວຍ​ມູນ​ເຊື້ອ​ມິດຕະພາບ​ອັນ​ດີງາມ​ລະຫວ່າງ​ຫວຽດນາມ - ບຸ​ກາລີ, ​ແນ່ນອນ​ວ່າ​ບັນດາ​ການ​ພົວພັນ​ດ້ານ​ເສດຖະກິດ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ພັດທະນາ​ບົນ​ພື້ນຖານ​ບັນດາ​ວິ​ສາ​ຫະກິດ​ຂະໜາດໃຫຍ່ຂອງ​ບຸນ​ກາລີ ​ພວມ​ມີ​ຄວາມ​ສົນ​ໃຈ​ເຖິງ​ຕະຫຼາດ​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ Simeon Diankov ​ໄດ້​ເຫັນ​ດີ​ຕໍ່​ບັນດາ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ສຶກສາ, ວັດທະນະທຳ, ສິລະ​ປະລະ​ຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ສອງ​ປະ​ເທດ, ​ເຊິ່ງຈະ​ປະຕິບັດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan  ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Nicolai Mladenov, ​ໄປຢ້ຽມຢາມ​ໂຮງງານ​ພະ​ລິດ​ຢາ​ສັກ​ຂອງ​ບໍລິສັດ​ການ​ຢາ SOFARMA, ຢ້ຽມຢາມສູນ​ສັງລວມກ່ຽວ​ກັບ Wellrods ຂອງ​ມະຫາວິທະຍາ​ໄລ​ສັງ​ລວມ Sofia.

ຂ່າວ/ບົດ​ອື່ນ