ຮອງນາຍົກລັດຖະມົນຕີ Nguyen Xuan Phuc ພົບປະກັບປະທານສານສູງສຸດ ຍີ່ປຸ່ນ

ຮອງນາຍົກລັດຖະມົນຕີ Nguyen Xuan Phuc ພົບປະກັບປະທານສານສູງສຸດ ຍີ່ປຸ່ນ - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​
ພົບ​ປະ​ກັບທ່ານ Takesaki Hironobu ປະທານສານ​ສູງ​ສຸດຍີ່ປຸ່ນ
 ( ພາບ: vietnamplus.vn )


( vovworld ) - ຕອນ​ຄໍ່າ​ວັນ​ທີ 4/7, ທ່ານຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ມີ​ການພົບ​ປະ​ກັບທ່ານ Takesaki Hironobu ປະທານສານ​ສູງ​ສຸດຍີ່ປຸ່ນ ​ແລະ ທ່ານ Taki Makoto ລັດຖະມົນຕີ​ກະຊວງ​ຍຸດຕິ​ທຳ​ຍີ່​ປຸ່ນ. ທີ່​ການ​ພົບ​ປະ​ກັບທ່ານ Takesaki Hironobu ປະທານາສານ​ສູງ​ສຸດຍີ່ປຸ່ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ຢັ້ງຢືນ​ວ່າ ບັນດາໝາກຜົນ​ແຫ່ງ​ການ​ໜູນ​ຊ່ວຍ ​ແລະ ຮ່ວມ​ມື​ຂອງ​ສານ​ສູງ​ສຸດ​ຍີ່​ປຸ່ນ ​ໃນ 15 ປີຜ່ານມາ ​ໃນ​ຂອບ​​ເຂດ​​ໂຄງການ JICA ​ໄດ້​ປະກອບສ່ວນ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ໃຫ້​ແກ່​ບັນດາ​ອົງການ​ສານ​ຫວຽດນາມ ​ໃນ​ຫຼາຍ​ດ້ານ, ​ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ປະຕິ​ຮູບ​ດ້ານ​ຕຸລາການ​ຂອງ​ຫວຽດນາມ. ທ່ານຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ເນັ້ນ​ໜັກ​ວ່າ ພາຍຫຼັງ​​ປັບປຸງ​ເພີ່ມ​ເຕີມລັດຖະທຳ​ມະນູນ​ປີ 1992, ສະພາ​ແຫ່ງ​ຊາດ​ຫວຽດນາມ ຈະ​ສຸມ​ໃສ່​ປັບປຸງ​ລະບອບ​ກ່ຽວ​ກັບ​ການຈັດ​ຕັ້ງ​ສານ​ ​ແລະ ກ່ຽວ​ກັບລະບຽບ​ການ​ດຳ​ເນີນ​ຄະດີ​ຂອງ​ຕຸລາການ. ດັ່ງ​ນັ້ນ, ຫວຽດນາມ​ຫວັງ​ວ່າ ສານ​ສູງ​ສຸດ​ຍີ່ປຸ່ນ ພ້ອມ​ກັບ​ກະຊວງ​ຍຸດຕິ​ທຳ​ຍີ່ປຸ່ນ ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ ປັບ​ປຸງ​ລະບົບ​ກົດໝາຍ​​ແພ່ງ - ​ເສດຖະກິດ, ກົດໝາຍວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ ​ແລະ ບຳລຸງ​ສ້າງ​ຜູ້​ພິພາກສາ, ທະນາຍຄວາມ… ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ​ເພື່ອ​ຕາງໜ້າ​ໃຫ້​ລັດຖະບານ​ແກ້​ໄຂ​ບັນດາ​ການ​ພິພາດ​ສາກົນ.

ຂ່າວ/ບົດ​ອື່ນ