ຮອງນາຍົກລັດຖະມົນຕີ Nguyen Xuan Phuc ຢ້ຽມຢາມ ສປປ ລາວ
ກອງປະຊຸມກາງສະໄໝຄັ້ງທີ 34 ຂອງຄະນະກຳມາທິການຮ່ວມມືລະຫວ່າງລັດຖະບານຫວຽດນາມ - ລາວ
(vovworld) - ຕອນເຊົ້າວັນທີ 11/8, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc, ປະທານຄະນະກຳມາທິການຮ່ວມມືຫວຽດນາມ - ລາວ ໄດ້ໄປຮອດຫຼວງພະບາງ, ເລີ່ມຕົ້ນການຢ້ຽມຢາມ ສປປ ລາວ ແຕ່ວັນທີ 11 – 14/8. ໃນການຢ້ຽມຢາມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ຈະເຂົ້າຮ່ວມກອງປະຊຸມກາງສະໄໝຄັ້ງທີ 34 ຂອງຄະນະກຳມາທິການຮ່ວມມືລະຫວ່າງລັດຖະບານຫວຽດນາມ - ລາວ ເຊິ່ງຖືກຈັດຂຶ້ນຢູ່ຫຼວງພະບາງ.
ທີ່ກອງປະຊຸມກາງສະໄໝຂອງຄະນະກຳມາທິການຮ່ວມມືລະຫວ່າງລັດຖະບານຫວຽດນາມ - ລາວ, ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ແລະ ຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ເລັ່ງສະຫວັດ, ປະທານຄະນະກຳມາທິການຮ່ວມມື ລາວ - ຫວຽດນາມ ໄດ້ເປັນສັກຂີພິຍານພິທີເຊັນບົດບັນທຶກກອງປະຊຸມກາງສະໄໝຂອງ ຄະນະກຳມາທິການຮ່ວມມືລະຫວ່າງລັດຖະບານ 2 ປະເທດ, ຂໍ້ຕົກລົງກ່ຽວກັບບັນດາຂັ້ນຕອນປະຕິບັດທົດລອງໂຄງການລົງທຶນນຳໃຊ້ທຶນຊ່ວຍເຫຼືອຂອງລັດຖະບານຫວຽດນາມ ໂດຍ ຝ່າຍລາວ ປະຕິບັດ ເຊິ່ງມີການສົມທົບຂອງລັດຖະບານຫວຽດນາມ, ສັນຍາຊອກຫາ ແລະ ສຳຫຼວດແຮ່ກົ່ວ ແລະ ດີບຸກຢູ່ເມືອງຊຳໃຕ້, ແຂວງຫົວພັນ ລະຫວ່າງລັດຖະບານ ລາວ ແລະ ບໍລິສັດຫຸ້ນສ່ວນແຮ່ທາດ ແລະ ອຸດສະຫະກຳ Chien Cong ຂອງຫວຽດນາມ, ຢ້ຽມຢາມໂຮງຮຽນມັດທະຍົມຕອນປາຍແຂວງ ຫຼວງພະບາງ.
Quoc Khanh