ຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງ ເຂົ້າຮ່ວມພິທີໄຂລາຍການຮ່ວມມືບໍາລຸງສ້າງຜູ້ໃຫ້ຄຳປືກສາຫວຽດນາມ

(VOVWORLD) -ອຸດສາຫະກຳໜູນຊ່ວຍແມ່ນໜຶ່ງໃນບັນດາຂະແໜງການທີ່ລັດຖະບານຫວຽດນາມເອົາໃຈໃສ່ພັດທະນາເປັນພິເສດ.

ຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງ ເຂົ້າຮ່ວມພິທີໄຂລາຍການຮ່ວມມືບໍາລຸງສ້າງຜູ້ໃຫ້ຄຳປືກສາຫວຽດນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມຈິ້ງດິງຢຸງກ່າວຄຳເຫັນທີ່ພິທີໄຂ

(ພາບ: VGP/Nhat Bac)

ຕອນເຊົ້າວັນທີ 17 ເມສາ, ທີ່ຮ່າໂນ້ຍ, ໄດ້ຈັດຕັ້ງພິທີໄຂລາຍການຮ່ວມມືບຳລຸງສ້າງຜູ້ໃຫ້ຄຳປຶກສາຫວຽດນາມລະຫວ່າງກະຊວງອຸດສາຫະກຳ - ການຄ້າ ແລະ ກຸ່ມບໍລິສັດ Samsung. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິງຢຸງ ເນັ້ນໜັກວ່າ: ອຸດສາຫະກຳໜູນຊ່ວຍແມ່ນໜຶ່ງໃນບັນດາຂະແໜງການທີ່ລັດຖະບານຫວຽດນາມເອົາໃຈໃສ່ພັດທະນາເປັນພິເສດ. ລັດຖະບານໄດ້ກຳນົດອຸດສາຫະກຳໜູນຊ່ວຍແມ່ນຈຸດສຸມໃນການພັດທະນາອຸດສາຫະກຳຂອງຫວຽດນາມໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນບັນດາຂະແໜງການເອເລັກໂຕນິກ, ຕ່ຳແຜ່ນຕັດຫຍິບ, ເກີບໜັງ, ແຟຊັນ, ລົດໂອໂຕ ແລະ ອື່ນໆ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງ ກ່າວວ່າ:

        “ຂ້າພະເຈົ້າຢັ້ງຢືນວ່າ ສານຂອງລັດຖະບານຫວຽດນາມໃນການຕັດສິນໃຈຊອກຫາທຸກມາດຕະການເພື່ອຊຸກຍູ້ການພັດທະນາການເຕີບໂຕອຸດສາຫະກຳໜູນຊ່ວຍຂອງຫວຽດນາມ, ແນໃສ່ຍົກສູງມູນຄ່າເພີ່ມຂອງບັນດາຜະລິດຕະພັນທີ່ໄດ້ຜະລິດຢູ່ຫວຽດນາມ ພ້ອມທັງຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດຫວຽດນາມ”.

        ທ່ານຮອງນາຍົກລັດຖະມົນຕີສະເໜີໃຫ້ກຸ່ມບໍລິສັດ Samsung ສືບຕໍ່ໜູນຊ່ວຍດ້ານການບຳລຸງສ້າງ ແລະ ຖ່າຍທອດເຕັກໂນໂລຢີ ເພື່ອສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດອຸດສາຫະກຳໜູນຊ່ວຍຂອງຫວຽດນາມສາມາດເຂົ້າຮ່ວມລະບົບມູນຄ່າ, ກາຍເປັນບັນດາຜູ້ຈຳໜ່າຍ ອຸປະກອນວັດຖຸດິບ ແລະ ເຄື່ອງອາໄຫຼ່ໃຫ້ແກ່ Samsung.

ຕອບກັບ

ຂ່າວ/ບົດ​ອື່ນ