ຮອງນາຍົກລັດຖະມົນຕີ ທ່ານ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງ ກວາງນາມ
ຮອງນາຍົກລັດຖະມົນຕີ ທ່ານ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງ ກວາງນາມ
(ພາບ: baoquangnam.com.vn)
|
(Vovworld) - ຕອນບ່າຍວັນທີ 6/3, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານຫຼັກແຫລ່ງ ແຂວງກວາງນາມ ເນື່ອງໃນໂອກາດໄປປະຕິບັດງານ ຢູ່ບັນດາແຂວງພາກກາງ. ພາຍຫຼັງເກືອບ 20 ປີ ແຫ່ງການສ້າງຕັ້ງຄືນໃໝ່ ແຂວງກວາງນາມ ມີບາດກ້າວພັດທະນາຢ່າງກະໂດດຂັ້ນ, ຖືກຈັດເຂົ້າ 1 ໃນຈຳນວນ 12 ແຂວງ, ນະຄອນທີ່ມີແຫຼ່ງລາຍຮັບງົບປະມານສູງສຸດຂອງປະເທດ. ພິເສດ, ແມ່ນແຂວງສ້າງໄດ້ເຂດເສດຖະກິດເປີດ ຈູລາຍ ທີ່ມີຂອບຂະໜາດນັບສິບພັນເຮັກຕາ, ດ້ວຍຈຸດພົ້ນເດັ່ນແມ່ນເຂດຜະລິດລົດໂອໂຕ ຈູລາຍ-ເຈື່ອງຮາຍ, ສ້າງຜະລິດຕະພັນອຸດສາຫະກຳຕົ້ນຕໍ, ປະກອບສ່ວນໃນການຫັນປ່ຽນໂຄງປະກອບເສດຖະກິດຂອງແຂວງ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ພະນັກງານ, ສະມາຊິກພັກ, ນັກທຸລະກິດແຕ່ລະຄົນຕ້ອງ ປ່ຽນໃໝ່ຈີນຕະນາການ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ຂອງໄລຍະໃໝ່.
“ ພວກເຮົາຕ້ອງຫັນກາລະໂອກາດ ໃຫ້ປະກົດຜົນເປັນເປັນຈິງ ເພື່ອໃຫ້ແຂວງກວາງນາມ ພັດທະນາຫຼາຍກວ່າອີກ, ສ້າງລາຍຮັບໃຫ້ແກ່ປະຊາຊົນ ແລະ ຜະລິດຕະພັນເພື່ອສົ່ງອອກ. ຕ້ອງກະກຽມຈິດໃຈ, ທ່າແຮງ, ຄວາມສາມາດເຊື່ອມໂຍງເພື່ອພັດທະນາ. ຂ້າພະເຈົ້າຫວັງວ່າ ການນຳແຂວງ, ເມືອງ, ຕາແສງ ຈະຮັບຮູ້ບັນຫານີ້ເລິກເຊິ່ງກວ່າອີກ. ນອກຈາກນັ້ນ, ແນວໂຮມປະເທດຊາດ ຢູ່ທ້ອງຖີ່ນຕ້ອງຊາບຊຶມເພື່ອໃຫ້ປະຊາຊົນ, ວິສາຫະກິດພ້ອມກັນພັດທະນາ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ໄປຢ້ຽມຢາມບັນດາວິສະວະກອນ, ພະນັກງານ, ພະລາກອນ ໂຮງງານຜະລິດ ແລະ ປະກອບລົດໂອໂຕ ຈູລາຍ-ເຈື່ອງຮາຍ ຢູ່ເມືອງ ນຸ໋ຍແທ່ງ, ແຂວງກວາງນາມ”.