ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມພົບປະແລກປ່ຽນຄວາມເຫັນກັບປະທານສະພາແຫ່ງຊາດ ປັອກຕຸຍກ

(VOVWORLD) -ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຢ້ຽມຢາມ ປັອກຕຸຍການ ຢ່າງເປັນທາງການ ແຕ່ວັນທີ 25-26 ພຶດສະພາ ຕາມການເຊື້ອເຊີນຂອງ ທ່ານ Augusto Santos Silva ລັດຖະມົນຕີກະຊວງການຕ່າງປະເທດ ປັອກຕຸຍການ. 

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມພົບປະແລກປ່ຽນຄວາມເຫັນກັບປະທານສະພາແຫ່ງຊາດ ປັອກຕຸຍກ - ảnh 1 (ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິງ 

ພົບປະແລກປ່ຽນຄວາມເຫັນກັບ ປະທານສະພາແຫ່ງຊາດ ປັອກຕຸຍການ)

ໃນຂອບເຂດການຢ້ຽມຢາມ, ຕອນບ່າຍວັນທີ 25 ພຶດສະພາ (ຕາມເວລາທ້ອງຖິ່ນ), ຢູ່ສຳນັກງານສະພາແຫ່ງຊາດ ປັອກຕຸຍການ, ທ່ານ ຟ້າມ ບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ພົບປະແລກປ່ຽນຄວາມເຫັນກັບ ທ່ານ Eduardo Ferro Rodrigues ປະທານສະພາແຫ່ງຊາດ ປັອກຕຸຍການ. ນະທີ່ນີ້, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຕີລາຄາສູງບົດບາດຂອງ ປັອກຕຸຍການ ໃນສະຫະພາບເອີຣົບ (EU) ກໍ່ຄືໃນວຽກງານເຂົ້າຮ່ວມແກ້ໄຂບັນດາບັນຫາລວມຂອງປະຊາຄົມສາກົນ; ສະເໜີໃຫ້ສອງປະເທດສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ. ຮອງນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ ສະພາແຫ່ງຊາດ ປັອກຕຸຍການ ສະໜັບສະໜູນ ແລະ ສົ່ງເສີມ ວິສາຫະກິດ ປັອກຕຸຍການ ເພີ່ມທະວີການຮ່ວມມືດຳເນີນທຸລະກິດ ແລະ ລົງທຶນ ຢູ່ ຫວຽດນາມ; ຢືນຢັນວ່າ ຫວຽດນາມ ໄດ້ສ້າງເງື່ອນໄຂສະດວກ ໃຫ້ແກ່ການເຄື່ອນໄຫວຂອງວິສາຫະກິດຕ່າງປະເທດຢູ່ຫວຽດນາມ ເລື້ອຍໆ.

        ສ່ວນ, ທ່ານ Eduardo Ferro Rodrigues ປະທານສະພາແຫ່ງຊາດ ປັອກຕຸຍການ ຕີລາຄາສູງບົດບາດ ແລະ ທີ່ຕັ້ງ ຂອງຫວຽດນາມຢູ່ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ຢັ້ງຢືນວ່າ ສະພາແຫ່ງຊາດ ປັອກຕຸຍການ ສະໜັບສະໜູນວຽກງານພັດທະນາການພົວພັນຮ່ວມມືຫຼາຍດ້ານກັບ ຫວຽດນາມ, ພິເສດແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ວັດທະນະທຳ - ການທ່ອງທ່ຽວ. ປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ ສະພາແຫ່ງຊາດ ປັອກຕຸຍການ ພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນບົດຮຽນໃນການເຄື່ອນໄຫວ ນິຕິບັນຍັດ ແລະ ຕິດຕາມກວດກາ ກັບສະພາແຫ່ງຊາດຫວຽດນາມ, ສະໜັບສະໜູນເລື່ອງລົງນາມ ແລະ ເຊັນອະນຸມັດ ສັນຍາການຄ້າເສລີ ຫວຽດນາມ - ເອີຣົບ ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ