(vovworld) - ໃນການລົງປະຕິບັດງານຢູ່ເກີນເທີ, ຕອນເຊົ້າວັນທີ 13/01, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ໄດ້ມີການເຮັດວຽກກັບຄະນະຊີ້ນຳເຂດຕາເວັນຕົກພາກໃຕ້. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ໄດ້ຕີລາຄາສູງການພັດທະນາຂອງເຂດຕາເວັນຕົກພາກໃຕ້, ໃນນັ້ນເນັ້ນໜັກເຖິງການລົບລ້າງເຮືອນຢູ່ຊົວຄາວຂອງເຂດ ແມ່ນໜ້າຊື່ນຊົມ, ໂດຍສະເພາະແມ່ນໃນໂອກາດບຸ່ນນປີໃໝ່ປະຈຳຊາດໃກ້ຈະມາເຖິງ. ທ່ານຮອງນາຍົກລັດຖະມົນຕີ ໄດ້ຊີ້ນຳວ່າ ເພື່ອໃຫ້ເຂດທົ່ງພຽງແມ່ນ້ຳຂອງພັດທະນາໃຫ້ເໝາສົມກັບຄວາມສາມາດບົ່ມຊ້ອນຂອງເຂດ, ສິ່ງສຳຄັນນັ້ນແມ່ນ ຕ້ອງແກ້ໄຂກ່ຽວກັບພື້ນຖານໂຄງລ່າງຢ່າງເດັດຂາດ, ຊຸກຍູ້ການພັດທະນາເສດຖະກິດ ແລະ ຫຼຸດອັດຕາຄອບຄົວທຸກຍາກ.
ແລະກໍໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ໄດ້ເຂົ້າຮ່ວມພິທີເປີດສະຫຼອງວິຫານບູຊາບຸລຸດຜູ້ກໍ່ຕັ້ງການແພດຫວຽດນາມ ຫາຍເທື້ອງລ້ານອົງ (Hai Thuong Lan Ong) - ເລຫິວຈ໋າກ (Le Huu Trac), ແມ່ນໜຶ່ງໃນບັນດາທ່ານໝໍທີ່ມີການປະກອບສ່ວນຢ່າງຫຼວງຫຼາຍໃຫ້ແກ່ພື້ນຖານການແພດຂອງຊາດຫວຽດນາມ ແລະ ແມ່ນຜູ້ດີເດັ່ນໃນປະຫວັດການແພດພື້ນເມືອງ ກໍຄືທັນສະໄໝຂອງຫວຽດນາມ.