(vovworld) - ຕອນບ່າຍວັນທີ 11/12, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນທ້ຽນເຢີນ ໃຫ້ການຕ້ອນຮັບທ່ານ Charles Bolden, ຜູ້ອຳນວຍການອົງການການບິນອະວະກາດ ອາເມລິກາ (NASA) ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຢີນ ປາດຖະໜາວ່າ NASA ຈະໜູນຊ່ວຍຫວຽດນາມ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນຂົງເຂດດາວທຽມ ແລະ ວິທະຍາສາດໜ່ວຍໂລກ, ສະໜັບສະໜູນຫວຽດນາມ ເຂົ້າຮ່ວມບັນດາອົງການສາກົນທີ່ກ່ຽວຂ້ອງເຖິງອະວະກາດ, ເຂົ້າຮ່ວມບັນດາສົນທິສັນຍາທີ່ກ່ຽວຂ້ອງເຖິງການນຳໃຊ້ຍານອະວະກາດ. ສ່ວນທ່ານ Charles Bolden ຜູ້ອຳນວຍການອົງການ NASA ໄດ້ຖືວ່າ ໃນໄລຍະຈະມາເຖິງ ສອງຝ່າຍຄວນເພີ່ມທະວີການຮ່ວມມືກ່ຽບກັບເຕັກໂນໂລຊີອະວະກາດຢ່າງແໜ້ນແຟ້ນກວ່າອີກ. ທ່ານ Charles Bolden ກໍໃຫ້ຮູ້ວ່າ NASA ໄດ້ປຶກສາຫາລືກັບສະຖາບັນວິທະຍາສາດເຕັກໂນໂລຊີຫວຽດນາມ ກ່ຽວກັບບັນດາຂົງເຂດຮ່ວມມືລະຫວ່າງ 2 ອົງການເພື່ອພັດທະນາໃຫ້ຂຶ້ນສູ່ລະດັບສູງໃໝ່; ມີບັນດາການຮ່ວມມືຢ່າງລະອຽດຄື; ການນຳໃຊ້ເຕັກໂນໂລຊີດາວທຽມ ເພື່ອສັງເກດຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ ແລະ ໄພທຳມະຊາດ.
ແລະກໍໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຢີນ ໄດ້ໃຫ້ການຕ້ອນຮັບທ່ານ ສາດສະດາຈານ Neal Koblitz, ສັງກັດມະຫາວິທະຍາໄລ ວໍຊິງຕັນ, ອາເມລິກາ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຢີນ ຫວັງວ່າ ທ່ານ ສາດສະດາຈານ Neal Koblitz ຈະສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງບັນດາມາຫາວິທະຍາໄລຂອງອາເມລິກາ ກັບບັນດາມະຫາວິທະຍາໄລຫວຽດນາມ, ພິເສດແມ່ນໃນຂົງເຂດຄະນິດສາດ.