ຮອງນາຍົກລັດຖະມົນຕີ ຫວູດຶກດາມ: “ຊອກຮູ້” ຕົ້ນກຳເນີດຂອງຢຸກຢາປະເພດຕ່າງໆ ທີ່ໄດ້ຈຳໜ່າຍຢູ່ຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 21 ພຶດສະພາ, ທີ່ສຳນັກງານລັດຖະບານ, ເມື່ອເຮັດວຽກກັບກະຊວງສາທາລະນະສຸກ ແລະ ບັນດາກະຊວງຂະແໜງການກ່ຽວຂ້ອງ ກ່ຽວກັບການຜັນຂະຫຍາຍລະບົບຄຸ້ມຄອງການສະໜອງຢຸກຢາແຫ່ງຊາດ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ເນັ້ນໜັກເຖິງການຄຸ້ມຄອງລະຫວ່າງຂະແໜງສຳລັບຮ້ານຂາຍຢາ ເພື່ອ “ຊອກຮູ້” ຕົ້ນກຳເນີດຂອງຢຸກຢາ ທຸກປະເພດ ທີ່ໄດ້ຈຳໜ່າຍຢູ່ຫວຽດນາມ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ ເລື່ອງກໍ່ສ້າງຊອບແວລະບົບສະໜອງຢຸກຢາແຫ່ງຊາດ ຈະປະກອບສ່ວນຊ່ວຍໃຫ້ປະຊາຊົນສາມາດກວດກາຕົ້ນກຳເນີດ, ຫົວໜ່ວຍນຳເຂົ້າ, ວັນໝົດອາຍຸຂອງຢຸກຢາຢູ່ກັບບ່ອນຊື້ຢາ.  ລະບົບດັ່ງກ່າວຕ້ອງຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນການເຄື່ອນໄຫວຂອງບັນດາຮ້ານຂາຍຢາ ນັບທັງການຍົກອອກການຄາດຄະເນປະລິມານຢຸກຢາທີ່ຈະຖືກຊົມໃຊ້ໃນໄລຍະຈະມາເຖິງ ເພື່ອໜູນຊ່ວຍໃຫ້ແກ່ບັນດາການເຄື່ອນໄຫວດຳເນີນທຸລະກິດຂອງຮ້ານຂາຍຢາ.

        ຄາດວ່າ ເດືອນ ກໍລະກົດ ຈະມາເຖິງ, ລະບົບສະໜອງຢຸກຢາແຫ່ງຊາດ ຈະເຊື່ອມຕໍ່ກັບຮ້ານຂາຍຢາຢູ່ໂຮງໝໍ, ຮ້ານຂາຍຢາທີ່ບັນລຸມາດຕະຖານ GPP , ຕູ້ຢາຢູ່ສຸກສາລາແຫ່ງຕ່າງໆທັງໝົດ. ລະບົບໄດ້ອັບເດດ, ບັນລຸມາດຕະຖານກວ່າ 52.000/60.000 ລາຍການຢາປິ່ນປົວພະຍາດ. ດ້ວຍລະບົບການຄຸ້ມຄອງນີ້, ຂະແໜງສາທາລະນະສຸກຈະຄຸ້ມຄອງໄດ້ສະພາບການນຳເຂົ້າ, ສົ່ງອອກ ແລະ ລາຄາຂອງຢຸກຢາຢ່າງທົ່ວເຖິງ.



ຕອບກັບ

ຂ່າວ/ບົດ​ອື່ນ