ຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບ ຄະນະນັກຂ່າວອາຊຽນ
(ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
ຕ້ອນຮັບຄະນະການນຳບັນດານັກຂ່າວອາຊຽນ)
(vovworld) - ຕອນບ່າຍວັນທີ 11/9, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ໃຫ້ການຕ້ອນຮັບຄະນະການນຳບັນດານັກຂ່າວອາຊຽນ ໂດຍປະທານສະຫະພັນສື່ມວນຊົນອາຊຽນ (CAJ), ທ່ານ Benny Antirpoda ນຳໜ້າ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕີລາຄາສູງບົດບາດຂອງສະຫະພັນສື່ມວນຊົນອາຊຽນໃນໄລຍະຜ່ານມາ, ພ້ອມທັງສະແດງຄວາມປາຖະໜາວ່າໃນໄລຍະຈະມາເຖິງ, ສະຫະພັນສື່ມວນຊົນອາຊຽນ ຈະສືບຕໍ່ປະກອບສຽງເວົ້າທີ່ສຳຄັນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ, ເພື່ອສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ຢູ່ໃນໂລກ, ພິເສດແມ່ນມຸ່ງໄປສູ່ປະຊາຄົມອາຊຽນໃນປີ 2015. ທ່ານຮອງນາຍົກຢືນຢັນວ່າ, ລັດຖະບານຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສ້າງທຸກເງື່ອນໄຂສະດວກໃຫ້ສະມາຄົມນັກຂ່າວຫວຽດນາມເສີມຂະຫຍາຍບົດບາດເປັນຂົວຕໍ່, ເພີ່ມທະວີການຮ່ວມມືກັບບັນດາ ສະຫະພັນສື່ມວນຊົນອາຊຽນເວົ້າສະເພາະ ແລະ ໃນໂລກເວົ້າລວມ; ຄຽງຂ້າງນັ້ນ, ຊຸກຍູ້ການຮ່ວມມື, ສ້າງເງື່ອນໄຂແລກປ່ຽນດ້ານວິຊາການ, ຮຳ່ຮຽນເອົາບົດຮຽນເຊິ່ງກັນ ແລະ ກັນ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ນຳ້ໃຈມິດຕະພາບລະຫວ່າງບັນດາປະເທດໃນພາກພື້ນ ແລະ ຢູ່ໃນໂລກ.