ຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢ້ຽມຢາມ, ອວຍພອນບາງຮາກຖານການແພດ ເນື່ອງໃນໂອກາດວັນແພດໝໍ ຫວຽດນາມ 27 ກຸມພາ

(VOVWORLD) -ເນື່ອງໃນໂອກາດວັນແພດໝໍ ຫວຽດນາມ 27 ກຸມພາ, ວັນທີ 25 ກຸມພາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ໄປຢ້ຽມຢາມບາງຮາກຖານການແພດປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19.
ຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢ້ຽມຢາມ, ອວຍພອນບາງຮາກຖານການແພດ ເນື່ອງໃນໂອກາດວັນແພດໝໍ ຫວຽດນາມ 27 ກຸມພາ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢ້ຽມຢາມໂຮງໝໍເຂດຮ້ອນສູນກາງເລກ 2
(ພາບ: TTXVN)

ເມື່ອໄປຢ້ຽມຢາມ ແລະ ອວຍພອນບັນດາແພດໝໍຢູ່ໂຮງໝໍເຂດຮ້ອນສູນກາງເລກ 2, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ແບ່ງປັນຄວາມຫຍຸ້ງຍາກລຳບາກຂອງຖັນແຖວແພດໝໍ, ພາລະກອນການແພດ ແລະ ພະນັກງານຂອງໂຮງໝໍ, ທ່ານກໍ່ສະແດງຄວາມປາດຖະໜາວ່າ ໂຮງໝໍຈະພັດທະນາການຄົ້ນຄວ້າເພື່ອປະກອບສ່ວນໃຫ້ແກ່ ຫວຽດນາມ ເປັນເຈົ້າການ, ກຽມພ້ອມປະເຊີນໜ້າກັບພະຍາດຕິດແປດໃໝ່, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວວ່າ:

“ຜ່ານການເກີດໂລກລະບາດໂຄວິດ-19, ພວກເຮົາຕ້ອງເພີ່ມທະວີກຳລັງຄວາມສາມາດ, ສ້າງລະບົບເພື່ອຕິດຕາມພະຍາດຕິດແປດຊະນິດຕ່າງໆ. ຂ້າພະເຈົ້າຫວັງວ່າ, ໃນໄລຍະຈະມາເຖິງນີ້ ບັນດາໂຮງໝໍເຂດຮ້ອນ ຕ້ອງກຽມພ້ອມຮັບມືກັບໂລກລະບາດຄືແນວນີ້. ໄປພ້ອມກັບການໜູນຊ່ວຍຂອງອົງການຈັດຕັ້ງສາກົນ ແລະ ບັນດາປະເທດນັ້ນ, ຕ້ອງສ້າງກຳລັງຄວາມສາມາດໃນການຕິດຕາມ, ເຝົ້າລະວັງ ແລະ ກຽມພ້ອມຮັບມືກັບໂລກລະບາດຊະນິດຕ່າງໆ”.

ຕອບກັບ

ຂ່າວ/ບົດ​ອື່ນ