ຮອງນາຍົກລັດຖະມົນຕີ ອີຣັກ ຖືກບຸກໂຈມຕີ

ຮອງນາຍົກລັດຖະມົນຕີ ອີຣັກ ຖືກບຸກໂຈມຕີ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີອີຣັກ Salih al Mutlak
ຖືກ​ບຸກ​ໂຈມ​ຕີ
(ພາບ: AFP)


(vovworld) -     ທ່ານ​ຮອງ​ນາຍົກລັດຖະມົນຕີອີຣັກ Salih al Mutlak ​ໄດ້​ຫຼຸດ​ຜົ້ນອອກ​ຈາກ​ກົນອຸບາຍ​ລອບ​ສັງຫານ​ເມື່ອ​ທ່ານ​ກຳລັງກ່າວ​ປາ​ໄສ​ທີ່​ນະຄອນ Ramadi, ​ເມືອງ​ເອກ​ແຂວງ Anbar, ຫ່າງ​ຈາກ​ນະຄອນ​ຫຼວງ Baghdad ໄປ​ທາງ​ທິດຕາ​ເວັນ​ຕົກ 110 ກ​ມ. ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ແກວ​ງກວດ​ແກ້ວ, ດິນ​ຈີ, ຫີນ ​ແລະ ​ເກີບ​ໃສ່​ທ່ານ Mutlak ກ່ອນ​ທີ່​ບຸກ​ໂຈມ​ຕີ​ທ່ານ​. ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ຜັນ​ຂະຫຍາຍ​ເພື່ອ​ຍຸບ​ເລີກການ​ແຫ່​ຂະ​ບວນປະ​ທ້ວງ. ຜູ້​ປ້ອງ​ກັນຂອງ​ທ່ານ 5 ຄົນ​ຖືກ​ບາດ​ເຈັບ​ໃນ​ຂະນະ​ທີ່​ມານະ​ພະຍາຍາມ​ປ້ອງ​ກັນ​ໃຫ້ທ່ານ​. ຄົນຊ່ວຍ​ວຽກ​ຜູ້​ໜຶ່ງຂອງ​ທ່ານ Mutlak​ ໃຫ້​ຮູ້​ວ່າ ທ່ານ​ໄດ້​ກັບ​ເມື່ອຮອດນະຄອນ​ຫຼວງ Baghdad ຢ່າງ​ປອດ​ໄພ. ການ​ແຫ່​ຂະ​ບວນປະ​ທ້ວງ​ດັ່ງກ່າວ​ໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 23/12 ​ເມື່ອ​ປະຊາ​ຄົມ​ອິດສະ​ລາມນິກາຍ Sunni ນັບ​ພັນ​ຄົນ​ຢູ່​ອີຣັກ ​ໄດ​້ລົງ​ຖະໜົນ​ຄັດ​ຄ້ານລັດຖະບານ​ຂອງ​ທ່ານ​ນາຍົກລັດຖະມົນຕີ Nuri ak Maliki ຖື​ສາສະໜາອິດສະ​ລາມນິ​ກາຍ Shite. ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ປິດ​ລ້ອມ​ສາຍ​ທາງ​ຕົ້ນ​ຕໍ່​ທີ່​ເຊື່ອມ​ຕໍ່​ອີຣັກ ກັບ ຊີຣີ ​ແລະ ຈໍ​ແດນ. ສ່ວນ​ເສັ້ນ​ທາງ​ຫຼວງໄປ​ຜ່ານ​ນະຄອນ Falluja, ຫ່າງ​ຈາກນະຄອນ​ຫຼວງ Baghdad ໄປ​ທາງ​ທິດຕາ​ເວັນ​ຕົກ 50 ກມ ​ກໍ​ຖືກ​ປິກ​ລ້ອມ​ເກືອບ 1 ອາທິດ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ