ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍຕ້ອນຮັບເລຂາທິການໃຫຍ່CITES
(ພາບ: Doãn Tấn/TTXVN)
(vovworld) – ທີ່ການຕ້ອນຮັບທ່ານ John Scanlon, ເລຂາທິການໃຫຍ່ສົນທິສັນຍາກ່ຽວກັບການຄ້າສັດ ແລະ ພືດປະເພດຕ່າງໆທີ່ໃກ້ຈະສູນພັນ (CITES) ສາກົນ, ຕອນເຊົ້າວັນທີ 28/5, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຢັ້ງຢືນລັດຖະບານ ຫວຽດນາມ ປະຕິບັດບັນດາສົນທິສັນຍາພາກພື້ນ ແລະ ສາກົນ ກ່ຽວກັບການປົກປັກຮັກສາບັນດາສັດສາວະສິ່ງມີຄວາມຮັບຜິດຊອບ. ໃນຕໍ່ໜ້າ, ຫວຽດນາມ ຈະສືບຕໍ່ເພີ່ມທະວີຍົກສູງກຳລັງຄວາມສາມາດຄຸ້ມຄອງລັດ ຈາກສູນກາງ ລົງຮອດທ້ອງຖີ່ນ, ຍູ້ແຮງວຽກງານໂຄສະນາກໍ່ຄືຍົກສູງສະຕິຂອງປະຊາຊົນ, ວິສາຫະກິດ, ປັບປຸງບັນດາເອກະສານນິຕິກຳກົດໝາຍເພື່ອແນໃສ່ປົກປັກຮັກສາບັນດາສັດປະເພດຕ່າງໆ.
ທ່ານ John Scanlon ຕີລາຄາບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປະຕິບັດສົນທິສັນຍາ CITES ສາກົນ, ໃນນັ້ນພົ້ນເດັ່ນແມ່ນຫັນບັນດາຂໍ້ກຳນົດຂອງ CITES ເປັນກົດໝາຍຫວຽດນາມ. ທ່ານ John Scanlon ຢືນຢັນວ່າ CITES ສາກົນຈະສືບຕໍ່ໜູນຊ່ວຍ ແລະ ສ້າງເງື່ອນໄຂໃຫ້ ຫວຽດນາມ ອະນຸລັກຮັກສາສັດປະເພດຕ່າງໆທີ່ໃກ້ຈະສູນພັນ, ປະກອບສ່ວນປະຕິບັດສົນທິສັນຍາ CITES ຢ່າງມີປະສິດທິຜົນກ່ວາອີກ.