ຮອງນາຍົກລັດຖະມົນຕິ ຮ່ວາງຈູງຫາຍ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບາກລຽວ, ກາເມົາ

ຮອງນາຍົກລັດຖະມົນຕິ ຮ່ວາງຈູງຫາຍ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບາກລຽວ, ກາເມົາ - ảnh 1
ທ່ານ​ຮອງ​ນາຍົກລັດຖະ​ມົນ​ຕີ ຮ່ວາງ​ຈູງ​ຫາ​ຍ
​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ບາກ​ລຽວ
(ພາບ: TTXVN)


(vovworld) -     ວັນ​ທີ 26/02, ທ່ານ​ຮອງ​ນາຍົກລັດຖະ​ມົນ​ຕີ​ຫວຽດນາມ ຮ່ວາງ​ຈູງ​ຫາ​ຍ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ລັດຖະບານ, ກະຊວງ​ກະ​ສິກຳ ​ແລະ ພັ​ດທະ​ນາ​ຊົນນະບົດ ​ໄດ້​ໄປ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ບາກ​ລຽວ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ​ໄດ້​ສະ​ຫງວນ​ເວລາ​ສ່ວນ​ຫຼາຍ​ເພື່ອ​ພິຈາລະນາ​ໂຄງການ​ໄຟ​ຟ້າ​ແຮງ​ລົມ​ແຂວງ​ບາກ​ລຽວ, ໂຄງການ​​ໄດ້​ຮັບ​ການ​ກໍ່ສ້າງ​ໃນ​ເນື້ອ​ທີ 500 ​ເຮັດ​ຕາ, ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ຂອງ​ໂຄງການ​ແມ່ນ 5.200 ຕື້​ດົງ, ​ໃນ​ນັ້ນ, ​ໄລຍະ​ທີ 1 ​ໂຄງການ​ໄດ້​ລົງທຶນ​ສ້າງສຳ​ເລັດ 10 turbine ລົມ ດ້ວຍ​ຍອດ​ກຳລັງຜະລິດ​ໄຟຟ້າ 56 ລ້ານ KWh/ປີ, ຈະ​ເຊື່ອມ​ຕໍ່​ເຂົ້າ​ຕາໜ່າງໄຟຟ້າ​ແຫ່ງ​ຊາດ​ໃນ​ຊຸມ​ວັນ​ຈະ​ມາ​ເຖິງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ປາດ​ຖະໜາ​ວ່າ ທ້​​ອງຖິ່ນ​ມີ​ຄວາມ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ອີກ​ເຖິງ​ນະ​ໂຍບາຍ​ໃຫ້​ກູ້​ຢື່ມທຶນ​ບຸລິມະສິດ ​ເພ່ືອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ພັ​ດທະນາ​ເສດ​ຖະກິ​​ດທ້ອງ​ຖິ່ນ.

        ​ແລະກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ຮວ່າງ​ຈູ​ງຫາຍ ​ໄດ້​ໄປ​ຢ້ຽມຢາມ​ພະນັກງານ, ພາລະ​ກອນ​ໂຮງງານຝຸ່ນ​ເຄມີກາ​ເມົາ ຂຶ້ນ​ກັບເຂດ​ອຸດສາຫະກຳອາຍ​ແກັດ​ໄຟຟ້າ - ຝຸ່ນ​ອາ​ຊົດ ກາ​ເມົາ.

ຂ່າວ/ບົດ​ອື່ນ