ຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງງານໄຟຟ້າໃຊ້ພະລັງຄວາມຮ້ອນ
(ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ
ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງງານພະລັງຄວາມຮອນ)
(vovworld) – ພິທີເລີ່ມລົງມືກໍ່ສ້າງໂຮງງານໄຟຟ້າໃຊ້ພະລັງຄວາມຮ້ອນ ທັງລອງ, ຖືກດຳເນີນໄປໃນວັນທີ 23/10, ຢູ່ເມືອງແຮວ່ງໂບ່, ແຂວງກວາງນິງ. ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ໄດ້ຮຽກຮ້ອງວ່າ, ໃນໄລຍະຈະມາເຖິງ, ບັນດາກະຊວງ, ຂະແໜງການສູນກາງທີ່ກ່ຽວຂ້ອງ ສົມທົບກັບແຂວງກວາງນິງ ແລະ ເຈົ້າຂອງໂຄງການເພື່ອຊຸກຍູ້ລະດັບຄວາມຄືບໜ້າຂອງກິດຈະກຳ ດ້ວຍຈຸດໝາຍລວມແມ່ນ ຮັບປະກັນຄຸນນະພາບ, ປອດໄພ ແລະ ມີປະສິດທິຜົນ. ແຂວງກວາງນິງຕ້ອງເປັນເຈົ້າການສົມທົບກັບເຈົ້າຂອງໂຄງການຜັນຂະຫຍາຍວຽກງານບຳລຸງສ້າງ ແລະ ສອນວິຊາຊີບໃຫ້ຄົນງານຢູ່ກັບທີ ເພື່ອສາມາດເຂົ້າເຮັດວຽກຢູ່ໃນໂຮງງານໄຟຟ້າໃຊ້ພະລັງຄວາມຮ້ອນ ທັງລອງ, ປະກອບສ່ວນຫັນໂຄງປະກອບແຮງງານຂອງແຂວງ.
ໂຮງງານໄຟຟ້າພະລັງຄວາມຮ້ອນ ທັງລອງ ແມ່ນໂຮງງານໄຟຟ້າພະລັງຄວາມຮ້ອນ ເອກະຊົນແຫ່ງທຳອິດຂອງຫວຽດນາມ ເຊິ່ງໄດ້ຮັບການອະນຸມັດຜ່ານຂອງທ່ານນາຍົກລັດຖະມົນຕີ ເມື່ອວັນທີ 29/07/2011.