(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິງເຫ້ວໄດ້ຕີລາຄາສູງວິທີການສຳຜັດ, ພັດທະນາຕະຫຼາດຂອງແຂວງບັກຢາງສຳລັບໝາກລີ້ນຈີ ເວົ້າສະເພາະ, ຕົ້ນໄມ້ກິນໝາກເວົ້າລວມ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິງເຫ້ວ ມາຢ້ຽມຢາມຮ້ານວາງຜະລິດຕະພັນທາງກະເສດແຂວງບັກຢາງ (ພາບ: VPG/ແທງຈຸງ) |
ຕອນເຊົ້າວັນທີ 29 ພຶດສະພາ, ຢູ່ແຂວງບັກຢາງ, ຄະນະກຳມະການປະຊາຊົນແຂວງບັກຢາງໄດ້ຈັດຕັ້ງ “ເວທີປາໄສເສດຖະກິດການຜະລິດ, ແລະຈຳໜ່າຍໝາກ ລິ້ນຈີ ແລະ ໂຄສະນາບັນດາຜະລິດຕະພັນວັດທະນະທຳ, ທ່ອງທ່ຽວ, ກະສິກຳ ຂອງແຂວງບັກຢາງປີ 2019.
ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິງເຫ້ວໄດ້ຕີລາຄາສູງວິທີການສຳຜັດ, ພັດທະນາຕະຫຼາດຂອງແຂວງບັກຢາງສຳລັບໝາກລີ້ນຈີ ເວົ້າສະເພາະ, ຕົ້ນໄມ້ກິນໝາກເວົ້າລວມ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວກ່າວວ່າ:
"ສົມທົບກັນປະຕິບັດການເຊື່ອມໂຍງເຂດ, ເຊື່ອມຕໍ່ການແລກປ່ຽນຄ້າຂາຍໃນການຜະລິດ, ຈຳໜ່າຍ ບັນດາຜະລິດຕະພັນກະສິກຳເວົ້າລວມ, ໝາກລິ້ນຈີເວົ້າສະເພາະ ແລະ ບັນດາຜະລິດຕະພັນວັດທະນະທຳ, ການທ່ອງທ່ຽວ. ໜູນຊ່ວຍສະໜອງຂໍ້ມູນຂ່າວສານໃນຕະຫຼາດ, ແນະນຳໃຫ້ແກ່ ບັກຢາງ ບັນດາວິສາຫະກິດ, ນັກທຸລະກິດທີ່ມີຄວາມສາມາດບົ່ມຊ້ອນ, ປະສົບການເພື່ອເຂົ້າມາລົງທຶນໃນຂົງເຂດກະສິກຳ, ການທ່ອງທ່ຽວ, ການບໍລິການ. ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາວິສາຫະກິດ, ນັກທຸລະກິດສົ່ງອອກໝາກລິ້ນຈີ."