ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງພົບປະແລະເຮັດວຽກກັບຜູ້ຕາງໜ້າບັນດາວິສາຫະກິດລັດເຊຍ

(VOVWORLD) -ວັນທີ 30 ຕຸລາ, ໂດຍນອນໃນຂອບເຂດການໄປປະຕິບັດງານຢູ່ສະຫະພັນລັດເຊຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ໄດ້ເຮັດວຽກກັບກຸ່ມບໍລິສັດເຕັກໂນໂລຊີສູງ Rostekh ແລະ ກຸ່ມບໍລິສັດລົດໄຟລັດເຊຍ RZD.
ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງພົບປະແລະເຮັດວຽກກັບຜູ້ຕາງໜ້າບັນດາວິສາຫະກິດລັດເຊຍ - ảnh 1(ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ໄດ້ເຮັດວຽກກັບກຸ່ມບໍລິສັດເຕັກໂນໂລຊີສູງ Rostekh)

ທີ່ການພົບປະກັບທ່ານ Sergey Chemezov, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Rostekh, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຖືວ່າ, 2 ຝ່າຍມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມື ໃນສະພາບການປະຕິວັດອຸດສາຫະກຳ 4.0, ລວມທັງການນຳໃຊ້ເຕັກໂນໂລຊີສູງເຂົ້າໃນບັນດາຂົງເຂດຄື: ໂທລະຄົມມະນາຄົມ, ສາທາລະນະສຸກ, ຄົມມະນາຄົມຂົນສົ່ງ…

        ທີ່ການເຮັດວຽກກັບທ່ານ Oleg Belozyorov, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດລົດໄຟລັດເຊຍ RZD, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຢືນຢັນວ່າ, ລັດຖະບານຫວຽດນາມ ແລະ ລັດເຊຍ ຊົມເຊີຍ ແລະ ສະໜັບສະໜູນການຮ່ວມມືລະຫວ່າງບັນດາວິສາຫະກິດຫວຽດນາມ ກັບກຸ່ມບໍລິສັດລົດໄຟ RZD ໃນການຫັນເປັນທັນສະໄໝ ແລະ ພັດທະນາລະບົບລົດໄຟຢູ່ຫວຽດນາມ. ສ່ວນທ່ານ Oleg Belozyorov ຢືນຢັນຄວາມເອົາໃຈໃສ່ເຖິງການຮ່ວມມືກັບຫວຽດນາມ, ກໍຄືແນະນຳສູນບັນຊາທັນສະໄໝຂອງກຸ່ມບໍລິສັດກັບທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ແລະ ຄະນະຜູ້ແທນຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ